ຂ່າວສານ

ຫາງສຽງ ຟີລິບປີນ ສະແດງຄວາມໂກດແຄ້ນຕໍ່ບົດເພງທີ່ມີເນື້ອຮ້ອງກ່ຽວກັບບັນຫາທະເລຕາເວັນອອກຂອງ ຈີນ

      ອາທິດຜ່ານມາ, ຫາງສຽງ ຟີລິບປີນ ໄດ້ສະແດງຄວາມໂກດແຄ້ນ ເມື່ອ ຈີນ ໄດ້ນຳບັນດາອະທິປະໄຕຢູ່ທະເລຕາເວັນອອກປະສານເຂົ້າກັບເນື້ອຮ້ອງຂອງບົດເພງສະເຫຼີມສະຫຼອງການພົວພັນຮ່ວມມືລະຫວ່າງ ຟີລິບປີນ ແລະ ຈີນ ໃນຊ່ວງເວລາບັນດາປະເທດ ພວມຮັບມືກັບໂລກລະບາດໂຄວິດ-19. 

ຫາງສຽງ ຟີລິບປີນ ສະແດງຄວາມໂກດແຄ້ນຕໍ່ບົດເພງທີ່ມີເນື້ອຮ້ອງກ່ຽວກັບບັນຫາທະເລຕາເວັນອອກຂອງ ຈີນ
      ຕາມສະຖານທູດ ຈີນ ປະຈຳ ມານີລາ ແລ້ວ, ບົດເພງດັ່ງກ່າວ ແນໃສ່ຈຸດປະສົງສະເຫຼີມສະຫຼອງສັງກາດແຫ່ງການຮ່ວມມືໃໝ່ລະຫວ່າງ ຈີນ ແລະ ຟີລິບປີນ ໃນສະພາບການໂລກລະບາດໂຄວິດ-19. ຫາງສຽງຜ່ານສື່ສັງຄົມຖືວ່າ: ຈີນ ໄດ້ສວຍໃຊ້ສະພາບການ ເພື່ອນຳບັນດາຖະແຫຼງປະເທດອະທິປະໄຕຢູ່ທະເລຕາເວັນອອກປະສານເຂົ້າເນື້ອຮ້ອງຂອງບົດເພງດັ່ງກ່າວ. ສື່ມວນຊົນ ຟີລິບປີນ ຍັງສະແດງໃຫ້ເຫັນຄວາມວິຕົກກັງວົນ ເມື່ອ ຈີນ ໄດ້ຕັດຕໍ່ຮູບ ແລະ ຄຳປາໄສຂອງບັນດາເຈົ້າໜ້າທີ່ ຟີລິບປີນ ເພື່ອປະສານເຂົ້າກັບ “ບົດເພງໂຄສະນາອະທິປະໄຕທີ່ໄຮ້ເຫດຜົນຢູ່ທະເລຕາເວັນອອກ”.
 (ແຫຼ່ງຄັດຈາກ VOV)


top