ຂ່າວສານ

ຫາງສຽງ ຈີນ ຂໍ່ານັບຊົມເຊີຍການຢ້ຽມຢາມຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ

      ວັນທີ 8 ກໍລະກົດ, ທ່ານນາງສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໄດ້ເລີ່ມຕົ້ນນການຢ້ຽມຢາມຈິນ, ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ການຢ້ຽມຢາມໄດ້ຮັບຄວາມສົນໃຈ ແລະ ຂໍ່ານັບຊົມເຊີຍຈາກຫ່າງສຽງຈີນ.

ທ່ານ ຢາງເຈຍຊຽງ ອະດີດຫົວໜ້າສຳນັກຂ່າວສານຊິນຫົວ ປະຈຳ ຮ່າໂນ້ຍ 
      ທ່ານ ຢາງເຈຍຊຽງ ອະດີດຫົວໜ້າສຳນັກຂ່າວສານຊິນຫົວ ປະຈຳ ຮ່າໂນ້ຍ, ລໍຄອຍການຢ້ຽມຢາມຄັ້ງນີ້ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຈະນຳມາເຊິ່ງໝາກຜົນໃໝ່ຢ່າງຫຼວງຫຼາຍໃນການພົວພັນລະຫວ່າງສອງປະເທດ:
        “ຫຼາຍປີທີ່ຜ່ານມາ, ການພົວພັນສອງປະເທດ ຈີນ ແລະ ຫວຽດນາມ ໄດ້ພັດທະນາເປັນຢ່າງດີໃນຫຼາຍຂົງເຂດ, ພິເສດແມ່ນບັນດາການຢ້ຽມຢາມລະຫວ່າງການນຳຂັ້ນສູງສອງປະເທດ ຊຶ່ງບັນລຸໄດ້ຄວາມຮັບຮູ້ລວມໃນຫຼາຍບັນຫາ, ສິ່ງນີ້ມີຄວາມສຳຄັນທີ່ສຸດໃນການຊຸກຍູ້ການພົວພັນລະຫວ່າງສອງຝ່າຍໃຫ້ພັດທະນາຢ່າງຕໍ່ເນື່ອງ. ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມນີ້ຈະສືບຕໍ່ໍຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ພັດທະນາ.
        ການຢ້ຽມຢາມຈີນຄັ້ງນີ້ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນຈະດຳເນີໃນລະຫວ່າງວັນທີ 8 – 12 ກໍລະກົດ. ນອກຈາກປັກກີ່ງ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມນະຄອນ ໜານຈີງ, ຊູເຈົາ, ຈຽງຊູ ພາກຕາເວັນອອກຂອງປະເທດ ຈີນ.
 (ແຫຼ່ງຄັດຈາກ VOV)


top