ຂ່າວສານ

ຫັນ​ເປັນ​ດີ​ຈີ​ຕອນ​ຢູ່​ເຂດ​ພູ​ສູງ​ ທ້າຍ​ງວຽນ

ໄລຍະຜ່ານມາ, ແຂວງທ້າຍງວຽນ ໄດ້ຜັນຂະຫຍາຍຫຼາຍວິທີການເພື່ອຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຢູ່ໃນເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ຜ່ານນັ້ນກໍສ້າງຂີດໝາຍໃໝ່ໃຫ້ແກ່ໂສມໜ້າຂອງເຂດຊົນນະບົດພູສູງ. ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນເຂົ້າໃນຊີວິດທຸກດ້ານໄດ້ປະກອບສ່ວນຮັດແຄບໄລຍະຫ່າງລະຫວ່າງການພັດທະນາບັນດາເຂດຊົນເຜົ່າສ່ວນໜ້ອຍກັບບໍລິເວນອື່ນໆໃນທົ່ວແຂວງ, ຈາກນັ້ນ ກໍຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຄຸນນະພາບການດຳລົງຊີວິດຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.
ບັນດາລາຍການ ຊ່ວຍຜະລິດຕະພັນໄທງວຽນເປີດກ້ວາງລູກຄ້າ (ພາບ: khuyennong.thainguyen.gov.vn)

ການ livestream ຕ່າງໆຄື: “ຕົ້ນໝາກຂຽບດີຈີຕອນ ແລະ ຜະລິດຕະພັນກະເສດແຂວງ ທ້າຍງວຽນ ປີ 2025”, “Top ຜະລິດຕະພັນກະເສດ - ຜະລິດຕະພັນກະເສດເຂົ້າສູ່ຕົວເມືອງ”, “ຜະລິດຕະພັນກະເສດ ທ້າຍງວຽນ - ເອກອ້າງທະນົງຕໍ່ສິນຄ້າ ຫວຽດ”… ການຂາຍຜະລິດຕະພັນກະເສດຂອງທ້ອງຖິ່ນໂດຍແຂວງ ທ້າຍງວຽນ ສົມທົບກັບຫຼາຍຫົວໜ່ວຍທີ່ກ່ຽວຂ້ອງຜັນຂະຫຍາຍໃນເດືອນສິງຫາ ຜ່ານມາ ໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກທັງຢູ່ພາຍໃນ ແລະຕາງແຂວງເປັນຈຳນວນຫຼາຍ... ມີຜະລິດຕະພັນກະເສດຫຼາຍຊະນິດຂອງແຂວງ ທ້າຍງວຽນ ຂາຍໄດ້ດີ ພາຍຫຼັງທີ່ໄດ້ຈັດການຂາຍເຄື່ອງແບບອອນລາຍ. ຍ້ອນມີອິນເຕີເນັດ, ມີ 4G ປົກຄຸມ ເຊິ່ງປັດຈຸບັນ ຊາວກະສິກອນ ບໍ່ຕ້ອງເອົາສິນຄ້າໄປຂາຍຢູ່ຕະຫຼາດ, ບໍ່ຕ້ອງເປັນຫວ່ງຊອກຫາສົ້ນອອກຂອງຜະລິດຕະພັນ.

ການຂາຍເຄື່ອງໃນລະບົບດີຈີຕອນ ໄດ້ດຶງດູດຄວາມສົນໃຈຂອງຫຼາຍຄົນ, ບໍ່ຕ້ອງກັງວົນກ່ຽວກັບສົ້ນອອກ.

 ຂ້າພະເຈົ້າເຂົ້າເຖິງສື່ສັງຄົມອອນໄລ, ນຳໃຊ້ Tiktok ຫຼຶ Facebook ກໍ່ສາມາດຂາຍເຄື່ອງໄດ້ໂດຍບໍ່ຕ້ອງໃຊ້ເງິນຫຼາຍ. 

ການຫັນເປັນດີຈີຕອນໃນປັດຈຸບັນມີໜ້າຢູ່ຫຼາຍຂົງເຂດ, ນັບແຕ່ກະສິກຳ, ການແພດ, ການສຶກສາ ຕະຫຼອດຮອດການປະຕິບັດລະບຽບການບໍລິຫານ… ເຂົ້າເຖິງແຕ່ລະຊອກແຕ່ລະມູມຂອງເຂດພູສູງ ທ້າຍງວຽນ. ຢູ່ສຸກສາລາຕາແສງ, ພະນັກງານການແພດພຽງແຕ່ Scan QR ບັດປະຈຳຕົວພົນລະເມືອງຂອງຄົນເຈັບ ກໍ່ສາມາດຊອກຫາປະຫວັດການປິ່ນປົວພະຍາດທາງເອເລັກໂຕນິກໄດ້ເລີຍ, ປະຊາຊົນບບໍ່ຕ້ອງຖືປຶ້ມກວດພະຍາດໄປນຳ, ຢູ່ບັນດາບ້ານ, ແຈ້ງການຈາກອຳນາດການປົກຄອງບັນດາຂັ້ນ ໄດ້ສົ່ງໄປເຖິງປະຊາຊົນໄວກ່ວາ, ຢູ່ບັນດາຕາແສງ, ວິວັດການແກ້ໄຂລະບຽບການບໍລິຫານກໍ່ປະຕິບັດຢ່າງສະດວກ, ໄວກ່ວາເກົ່າຫຼາຍ.

ບັນດາແອັບ VNeID, ບັນດາກຸ່ມ Zalo ໃນບ້ານກໍ່ມີຄວາມສະດວກໃຫ້ແກ່ປະຊາຊົນ, ຍົກຕົວຢ່າງມີຂໍ້ມູນ ຂ່າວຄາວຫຍັງຈາກຕາແສງສົ່ງມາ ໃນບ້ານກໍ່ສາມາດຕິດຕໍ່ນຳກັນຜ່ານ ແອັບ, ຫຼືກອງປະຊຸມຕ່າງໆຄືວຽກງານຂອງບ້ານ ຫຼືຂອງທ້ອງຖິ່ນ ກໍ່ງ່າຍດາຍກ່ວາ, ບໍ່ຕ້ອງໄປຫາແຕ່ລະເຮືອນ, ແຕ່ລະຄົນອີກ.

ເຕັກໂນໂລຢີ, ຂໍ້ມູນຂ່າວສານມີຜົນປະໂຫຍດຫຼາຍຢ່າງໃຫ້ແກ່ວຽກງານປະຈຳວັນຂອງພວກຂ້າພະເຈົ້າ, ຊ່ວຍຫຼຸດເວລາ, ໄລຍະຫ່າງລົງ, ປະຢັດເວລເວປະກອບເອກະສານຕ່າງໆ, ການສົ່ງຜົນຂອງເອກະສານໃຫ້ແກ່ປະຊາຊົນກໍ່ໄດ້ປະຕິບັດໂດຍໄວ.

ກ່ອນນີ້ 2 – 3 ປີ, ຈາກນິຍາມທີ່ແປກປະຫຼາດ, ມາຮອດປັດຈຸບັນ, ການຫັນເປັນດີຈີຕອນ, ເຕັກໂນໂລຢີດີຈີຕອນໄດ້ກາຍເປັນສິ່ງລຶ້ງເຄີຍ, ແມ່ນພາກສ່ວນສຳຄັນໃນການດຳລົງຊີວິດຂອງປະຊາຊົນ ທ້າຍງວຽນ ເວົ້າລວມ ແລະ ພໍ່ແມ່ປະຊາຊົນເຂດພູສູງ, ເຂດຫ່າງໄກສອກຫຼີກ ເວົ້າສະເພາະ. ໄລ່ຮອດເດືອນກໍລະກົດ 2025, ບັນດາຕາແສງ ສ່ວນຫຼາຍໃນແຂວງໄດ້ຕິດຕັ້ງລະບົບສາຍກາບ ແລະ ຄື້ນໂທລະສັບທີ່ເປັນປົກກະຕິ.

ນັບແຕ່ເວລາມີອິນເຕີເນັດ ກໍ່ຊ່ວຍພໍ່ແມ່ປະຊາຊົນໄດ້ຫຼາຍຢ່າງຄື: ຮຽນຮູ້ໄດ້ບົດຮຽນປະສົບການໃນການທຳມາຫາກິນໃນອິນເຕີເນັດ, ຊ່ວຍໃຫ້ພວກນ້ອງໆຮ່ຳຮຽນໄດ້ຫຼາຍຢ່າງ, ມີຄວາມຮູ້ຄວາມເຂົ້າໃຈກ່ວາ.

ເຕັກໂນໂລຢີຂໍ້ມູນຂ່າວສານຂອງລັດ ໄດ້ສ້າງເງື່ອນໄຂໃຫ້ແກ່ປະຊາຊົນຢ່າງສະດວກທີ່ສຸດ ເປັນຕົ້ນແມ່ນບັນຫາປິ່ນປົວພະຍາດ, ເຊິ່ງຢູ່ເຂດຫ່າງໄກສອກຫຼີກນັ້ນ ຍິ່ງສະດວກ.

ພ້ອມກັນນັ້ນ, ບັນດາຕາແສງເຂດພູສູງຂອງແຂວງ ທ້າຍງວຽນ ຍັງໄດ້ສຸມໃສ່ຫຼາຍມາດຕະການຫັນເປັນດີຈີຕອນຄື: ໜູນຊ່ວຍຄົນທຸກຍາກ, ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ນຳໃຊ້ບັນດາການບໍລິການໂທລະຄົມມະນາຄົມ, ອິນເຕີເນັດ, ສົ່ງເສີມການນຳໃຊ້ສມາດໂຟນ. ຈາກນັ້ນ, ປະຊາຊົນກໍມີໂອກາດຊອກຫາ, ສຳຜັດກັບບັນດາແຫຼ່ງຂ່າວກ່ຽວກັບການນຳໃຊ້ວິທະຍາສາດເຕັກໂນໂລຢີ, ບັນດາການບໍລິການພາກລັດແບບທາງໄກ, ອັບເດດຂໍ້ມູນໂຄສະນາຢ່າງທັນການ, ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ໃຫ້ເປັນຢ່າງດີ, ຍົກສູງອັດຕາສ່ວນຊຳລະແບບບໍ່ນຳໃຊ້ເງິນສົດ, ຢັ້ງຢືນຊື່ ແລະ ນາມສະກຸນແບບເອເລັກໂຕນິກ.

ເພື່ອແນໃສ່ຊ່ວຍປະຊາຊົນມີຄວາມຮັບຮູ້ກ່ຽວກັບທ່າອ່ຽງຕ້ອງເປັນໄປແມ່ນຫັນເປັນດີຈີຕອນ, ນັບແຕ່ກາງປີ 2022, ທາງແຂວງ ທ້າຍຫງວຽນ ໄດ້ສ້າງຕັ້ງບັນດາກຸ່ມເຕັກໂນໂລຢີດີຈີຕອນປະຊາຄົມ. ມາຮອດປັດຈຸບັນ, ບັນດາກຸ່ມເຕັກໂນໂລຢີດີຈີຕອນປະຊາຄົມໄດ້ເສີມຂະຫຍາຍບົດບາດ, ໂຄສະນາວຽກງານຫັນເປັນດີຈີຕອນໄປຮອດປະຊາຊົນຢ່າງຕັ້ງໜ້າ, ໜູນຊ່ວຍ, ແນະນຳໂດຍກົງໃຫ້ປະຊາຊົນນຳໃຊ້ບັນດາແອັບເຕັກໂນໂລຢີແບບອັດສະລິຍະ. ທ່ານ ດວ່ານຊວັນເຈື່ອງ, ສະມາຊິກກຸ່ມເຕັກໂນໂລຢີດີຈີຕອນປະຊາຄົມ ຕາແສງ ວັນຮ້ານ ໃຫ້ຮູ້ວ່າ:

ດ້ວຍຄວາມຮູ້ທີ່ຕົນເອງຮັບເອົາໄດ້ພາຍຫຼັງໄປຝືກອົບຮົມ ຂ້າພະເຈົ້າຈະເຜີຍແຜ່ໃຫ້ແກ່ບັນດາສະມາຊິກໃນກຸ່ມ, ຫຼັງຈາກນັ້ນ ກໍຈະພ້ອມກັນແນະນຳ, ຈັດຕັ້ງເຊື້ອເຊີນປະຊາຊົນມາຫໍວັດທະນະທຳເພື່ອແນະນຳ. ອັນນີ້ມັນມີຜົນປະໂຫຍດ ແລະ ຊ່ວຍໃຫ້ປະຊາຊົນບໍ່ຕ້ອງເສຍເຫື່ອແຮງຫຼາຍ.

ຈາກເຂດພູສູງມີພູມສາດທີ່ສັບສົນ, ພື້ນຖານໂຄງລ່າງທີ່ຈຳກັດ, ທ້າຍງວຽນໄດ້ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາທ້ອງຖິ່ນນຳໜ້າໃນການຫັນເປັນດີຈີຕອນຢູ່ເຂດພູດອຍ ແລະ ພູສູງທາງທິດໃຕ້. ພິເສດ, ສຳລັບພໍ່ແມ່ປະຊາຊົນເຂດພູສູງ, ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ ໄດ້ ແລະ ພວມນຳມາເຊິ່ງການປ່ຽນແປງຫຼາຍຢ່າງໃນການດຳລົງຊີວິດຂອງເຂົາເຈົ້າ. ນີ້ແມ່ນບາດກ້າວເລີ່ມຕົ້ນໃຫ້ແກ່ວິວັດການໃໝ່ ເຊິ່ງແມ່ນເຕັກໂນໂລຢີກາຍເປັນເພື່ອນຮ່ວມເດີນທາງໃນຊີວິດປະຈຳວັນຂອງຊາວທ້ອງຖິ່ນ.


top