ຂ່າວສານ

ຫັນເປັນດີຈີຕອນ - ມາດຕະການຊ່ວຍວິສາຫະກິດຜ່ານຜ່າໂລກລະບາດໂຄວິດ - 19 ແລະ ພັດທະນາ

      ຕອນບ່າຍວັນທີ 16 ຕຸລາ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ໄດ້ຈັດຕັ້ງເວທີປາໄສ Start up ອາຊຽນ 2020 ດ້ວຍຫົວຂໍ້ “ເວທີປປາໄສ Start up - ກາລະໂອກາດໃໝ່ໃນຍຸກສະໄໝຫັນເປັນດີຈີຕອນ”.
         ທີ່ເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບນະໂຍຍາຍ ແລະ ກົນໄກຊຸກຍູ້ການຮ່ວມມື Start up ແລະ ບັນດາປະເທດ ອາຊຽນ, ກຳນົດທິດນຳ ອາຊຽນ ກາຍເປັນສູນເສດຖະກິດພັດທະນາ Start up ປະດິດຄິດສ້າງ ແລະ ຍືນຍົງ; ແບ່ງປັນກ່ຽວກັບບົດບາດຂອງບັນດາວິສາຫະກິດ Start up ເຕັກໂນໂລຢີສຳລັບການພັດທະນາຂອງເສດຖະກິດດີຈີຕອນໃນ ອາຊຽນ ດ້ວຍເປົ້າໝາຍ ພັດທະນາໃຫ້ທົ່ວເຖິງ, ເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ທ່ານ ຟ້າມດິ່ງດວ່ານ, ສະພາໃຫ້ຄຳປຶກສາເສດຖະກິດ ອາຊຽນ, ປະທານໂຄງການມໍລະດົກ ດີຈີຕອນ STARS ຖືວ່າ: ດ້ານດີ, ໂລກລະບາດໂຄວິດ - 19 ແມ່ນການກ່າວເຕືອນໃຫ້ບັນດາວິສາຫະກິດຕ້ອງໄປທັນກັບທ່າອ່ຽງຫັນເປັນດີຈີຕອນໂດຍໄວ ເພື່ອພັດທະນາແບບຍືນຍົງ.
        ກໍທີ່ເວທີປາໄສ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ກໍ່ໄດ້ປະກາດບົດລາຍການ ກ່ຽວກັບ “ການຫັນເປັນດີຈີຕອນ: ມາດຕະການຊ່ວຍວິສາຫະກິດຜ່ານຜ່າໄລຍະເກີດໂລກລະບາດໂຄວິດ - 19 ແລະ ພັດທະນາ”, ບັນຊີຂອງບັນດາມາດຕະການຫັນເປັນດີຈີຕອນ ຫວຽດນາມ - Digital STARS Showcasea 2020 ທາງອອນລາຍ.
(ແຫຼ່ງຄັດຈາກ VOV)


top