ຂ່າວສານ

ຫັນບັນດາຮູບແບບ, ຜະລິດຕະພັນສື່ມວນຊົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ເປັນຫຼາຍຮູບຫຼາຍແບບ

      ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ຫາກໍ່ເຊັນຂໍ້ຕົກລົງອະນຸມັດຜ່ານລາຍການສື່ມວນຊົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍຮອດປີ 2030.
(ພາບປະກອບ: TTXVN)
      ລາຍການໄດ້ວາງອອກບັນດາໜ້າທີ່ ແລະ ມາດຕະການແກ້ໄຂເພີ່ມທະວີການສະໜອງຂໍ້ມູນຂ່າວສານ, ໂຄສະນາ, ເຜີຍແຜ່ກົດໝາຍ, ນະໂຍບາຍ ແລະ ໝາກຜົນການປະຕິບັດວຽກງານຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃຫ້ກຸ່ມເປົ້າໝາຍຕາມໄລຍະ. ຄຽງຂ້າງນັ້ນ, ເປີດກວ້າງ ແລະ ຍູ້ແຮງວຽກງານສຶກສາກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນຄອບຄົວ, ໂຮງຮຽນ, ຊຸມຊົນ ແລະ ຊຸກຍູ້ການເຂົ້າຮ່ວມຂອງເດັກ. ຜັນຂະຫຍາຍບັ້ນໂຄສະນາຈຸດສຸມກ່ຽວກັບ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນເດືອນກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການປ້ອງກັນສະກັດກັ້ນ, ຮັບມືກັບການໃຊ້ຄວາມຮຸນແຮງທາງເພດນັບແຕ່ວັນທີ 15 ພະຈິກ ຫາວັນທີ 15 ທັນວາ ແຕ່ລະປີ.
(ແຫຼ່ງຄັດຈາກ VOV)


top