ອາຫານການກິນ

ຫອມຫວານ ເຂົ້າໜົມບົວລອຍ ຈີນ

ໄດ້ຮັບປະທານ ເຂົ້າໜົມບົວລອຍ ຈີນ ໃຈຖ່ົວຂຽວ ທີ່ຍັງຮ້ອນໆ ພ້ອມກັບລົດຫວານອ່ອນ ປະສົມກັບລົດຊາດ ເຜັດໆ ເລັກນ້ອຍຂອງ ນໍ້າຕານອ້ອຍ ແລະ ຂີງ ມັນເປັນປະສົບການ ທີ່ບໍ່ອາດລືມໄດ້ ຂອງ ຊາວທ້ອງຖິ່ນ ກໍຄື ນັກທ່ອງທ່ຽວ ເມື່ອມາ ຮ່າໂນ້ຍ.

ເຂົ້າໜົມບົວລອຍ ຈີນ ເປັນປະເພດເຂົ້າໜົມ ທີ່ເຮັດຈາກ ແປ້ງເຂົ້າ ໜຽວ ແລະ ໃຈທີ່ຫຼາຍຄົນນິຍົມ ເຮັດຈາກ ຖົ່ວຂຽວ ແລະ ໝາກງາ ດຳ, ກິນກັບນ້ຳຕານອ້ອຍ ແລະ ຂີງ ຕົ້ມຮ້ອນ ກັບ ໝາກພ້າວຂູດ. ເຂົ້າໜົມບົວລອຍ ຈີນ ເປັນທ່ີດຶງດູດໃຈນັກຊີມ ເນື່ອງຈາກ ມີຊັ້ນ ເປືອກນອກ ທີ່ອ່ອນນຸ້ມ ແຕ່ໜຽວໃນ, ໃຈ ເຂົ້າໜົມອ່ອນມັນ ແລະ ນໍ້າຕານອ້ອຍ ຫອມຫວານ ມີລົດກິ່ນຫອມ ຂອງ ຊີງ. ເມື່ອຮັບປະ ທານ ຈະຮູ້ສຶກໄດ້ເຖິງຄວາມເຜັດ ຫວານ ຂອງ ຂີງ ເຮັດໃຫ້ຮ່າງກາຍ ອົບອຸ່ນ ແລະ ຂັບໄລ່ຄວາມໜາວ ໃນຕົ້ນລະດູໜາວ.

 ເຂົ້າໜົມບົວລອຍ ຈີນ ແມ່ນລາຍການອາຫານທີ່ຂາດບໍ່ໄດ້ ໃນລະດູ ໜາວ ຂອງ ຮ່າໂນ້ຍ.

ເຂົ້າໜົມບົວລອຍ ຈີນ ບໍ່​ພຽງ​ແຕ່​ມີ​ຄວາມ​ແຊບ​, ແຕ່​ຍັງ​ມີ​ຄຸນ​ຄ່າ​ທາງ​ໂພ​ຊະ​ນາການ​ສູງ​. ການໃຊ້ຂີງ ໃສ່ນໍ້າຕານ ນອກຈາກ ມີຜົນປະ ໂຫຍດ ເຮັດໃຫ້ເຂົ້າໜົມ ມີລົດຫອມ, ແຕ່ຍັງມີ ລັກສະນະ ຮ້ອນໆ ຊຶ່ງຊ່ວຍໃຫ້ຜູ້ຮັບປະທານ ບໍ່ເປັນຫວັດ ເມື່ອອາກາດ ປ່ຽນແປງ. ບໍ່ ພຽງແຕ່ເທົ່ານັ້ນ ຂີງຍັງຊ່ວຍ ຮັກສາ ຄວາມຜິດປົກກະຕິ  ຂອງ ລະ ບົບຍ່ອຍອາຫານ ແລະ ບັນຫາ ກ່ຽວກັບລຳໄສ້.  ຂີງປະສົມກັບນ້ໍາ ຕານອ້ອຍ ຈະສ້າງເປັນ ປະເພດ ນ້ໍາຮ້ອນ ປ້ອງກັນໄຂ້ ຫວັດ ໄດ້ດີ ທ່ີສຸດ. 

ເພື່ອປຸງແຕ່ງເຂົ້າໜົມບົວລອຍ ຈີນ ຕ້ອງມີຄວາມ ພິຖີພິຖັນ ແລະ ລະອຽດພໍສົມຄວນ. ເຂົ້າທີ່ເຮັດແປ້ງ ຕ້ອງເປັນ ເຂົ້າໜຽວ ທີ່ແຊບ. ແປ້ງເຂົ້າໜຽວ ຫຼັງຈາກ ປະສົມກັບ ນ້ໍາເລັກນ້ອຍ ຈະຖືກ ຄັ້ນເປັນ ປ່ຽງ, ໜຽວ ແລະ ນີ້ມ. ເມື່ອເຫັນວ່າ ບໍ່ໜຽວ ກໍນຳໄປເອືອບ ປະມານ ເຄິ່ງຊົ່ວໂມງແລ້ວນໍາມາປັ້ນເປັນກ້ອນນ້ອຍໆ ກົມໆ ແລ້ວນໍາ ລົງໃສ່ໝໍ້ຕົ້ມ.

ປົກກະຕິແລ້ວ, ເຂົ້າໜົມບົວລອຍຈີນ ຖ້ວຍໜຶ່ງ ຈະມີ ເຂົ້າໜົມ 2 ຫາ 3 ກ້ອນ ແລະ ມີໃຈຄົບທັງໝາກງາດຳ ແລະ ຖົ່ວຂຽວ ຢູ່ສະເໝີ.

 ຖົ່ວຂຽວ ຖືກຮ່ອນເປືອກໃຫ້ສະອາດ ແລະ ໜຶ້ງໃຫ້ສຸກ.

ນ້ຳຕານ ຫຼັງຈາກ ຕົ້ມກັບນຳ້ ແລ້ວກໍ່ຈະຕື່ມຂີງ ສອງສາມປ່ຽງ ບາງໆ ເພື່ອເຮັດໃຫ້ນ້ຳຕານອ້ອຍ ມີກິ່ນຫອມ ແລະ ອຸ່ນທ້ອງ ເມື່ອ ໄດ້ຮັບ ປະທານ. ເມື່ອນ້ຳຕານລະລາຍໝົດແລ້ວ ກໍເຖິງເວລາ ນໍາເຂົ້າໜົມ ບົວລອຍ ຈີນ ລົງໃສ່ໝໍ້ ແລະ ຕົ້ມດ້ວຍໄຟອ່ອນໆ ເພື່ອໃຫ້ນໍ້າຕານ ຊຶມເຂົ້າ ຢ່າງສະໝໍ່າສະເໝີ ແລ້ວ ຕັກໃສ່ຖ້ວຍ. 

ວິທີການຕົກແຕ່ງເຂົ້າໜົມບົວລອຍ ຈີນ ກໍ່ຄື: ຫຼັງຈາກ ຕັກເຂົ້າໜົມ ແລະ ນໍ້າຕານອ້ອຍ ໃສ່ຖ້ວຍແລ້ວ ຈະໂຮຍ ໝາກງາ ແລະ ໝາກ ພ້າວຂູດເລັກນ້ອຍໃສ່ໜ້າ.  ແຕ່ “ຈິດວິນຍານ” ຂອງຖ້ວຍ ເຂົ້າໜົມ ບົວລອຍ ຈີນ ແມ່ນຢູ່ໃນ ໝໍ້ນໍ້າຕານອ້ອຍ ພິເສດ ກິນກັບ ເຂົ້າໜົມ. 

ເຖິງ​ວ່າ​ເຄື່ອງ​ປະກອບ​ໃນ​ການ​ເຮັດ​ເຂົ້າໜົມ​ບົວລອຍ ຈີນ​ ຈະ​ລຽບ ງ່າຍ, ​ແຕ່​ສິ່ງ​ທີ່​ລຽບງ່າຍນັ້ນ ຄ່ອຍໆ ​ກາຍ​ເປັນ​ສ່ວນ​ໜຶ່ງ​ທີ່​ຂາດບໍ່ໄດ້​ ຂອງ​ ອາຫານ ​ຮ່າ​ໂນ້ຍ.

ຮ້ານເຂົ້າໜົມບົວລອຍ ຈີນ - ເລກທີ 116 ຄຸ້ມຖະໜົນ ຫງວຽນ ຄວ໋ຽນ, ເມືອງ ບາດິ່ງ.
ຮ້ານເຂົ້າໜົມບົວລອຍ ຈີນ - ນ້ຳຫວານເຂົ້າໜຽວ ບ່າຖິ່ນ - ເລກທີ 1, ຄຸ້ມຖະໜົນ ບ໋າດດ່ານ, ເມືອງ ຮ່ວານກ໋ຽມ.
ຮ້ານເຂົ້າໜົມບົວລອຍ ຈີນ - ຖະໜົນ ເດໂຕຮວ່າງ, ເມືອງ ຮາຍ ບ່າຈຶງ.
ຮ້ານເຂົ້າໜົມບົວລອຍ ຈີນ - ນໍ້າຫວານ​ສີ່​ລະ​ດູ​ - ເລກ​ທີ 4 ຄຸ້ມ ຖະໜົນ ຮ່າງເກິນ, ເມືອງ ຮວ່ານ​ກ໋ຽນ.
ຮ້ານເຂົ້າໜົມບົວລອຍ ຈີນ - ນ້ຳຫວານເຂົ້າໜຽວ ໂຟ໋ໂກ໊ -ເລກທີ 26 ຄຸ້ມຖະໜົນ ຢາງື, ເມືອງ ຮ່ວານກ໋ຽມ.

 


top