ຂ່າວສານ

ຫວ​ຽດ​ນາມ ແລະ ​ລັດ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມມ​ືເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ

ມີວິສາຫະກິດຫຼາຍແຫ່ງຊອກໄດ້ບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ມີແງ່ຫວັງໃນການຮ່ວມມືເພື່ອນຳເອົາຜະລິດຕະພັນຂອງຕົນແຊກຊຶມເຂົ້າໃນຕະຫຼາດສະຫະພັນລັດເຊຍ.

ພາບປະກອບ (ພາບ: doanthanhnien.vn

ຕອນບ່າຍວັນທີ 31 ພຶດສະພາ, ຢູ່ສູນການຄ້າ Food City, ນະຄອນຫຼວງ ມົດສະກຸ, ສະຫະພັນລັດເຊຍ ໄດ້ດຳເນີນການໂອ້ລົມສົນທະນາສົ່ງເສີມການຄ້າການລົງທຶນລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ.ນີ້ເປັນການເຄື່ອນໄຫວໂດຍກົມສົ່ງເສີມການຄ້າ, ຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ສູນການຄ້າ Food City ສົມທົບກັນຈັດຕັ້ງຂຶ້ນໂດຍມີການເຂົ້າຮ່ວມຂອງບາງວິສາຫະກິດໃນຫຼາຍຂົງເຂດຂອງສອງປະເທດ.

ທີ່ການໂອ້ລົມສົນທະນາ, ວິສາຫະກິດສອງປະເທດໄດ້ແລກປ່ຽນຂໍ້ມູນຂ່າວສານ, ແນະນຳບັນດາຜະລິດຕະພັນຂອງກັນ. ມີວິສາຫະກິດຫຼາຍແຫ່ງຊອກໄດ້ບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ມີແງ່ຫວັງໃນການຮ່ວມມືເພື່ອນຳເອົາຜະລິດຕະພັນຂອງຕົນແຊກຊຶມເຂົ້າໃນຕະຫຼາດສະຫະພັນລັດເຊຍ. ທ່ານ ເລຮົ່ງມິງ, ຜູ້ອຳນວຍການສູນສົ່ງເສີມການລົງທຶນພັດທະນາອຸດສາຫະກຳ ແລະ ການຄ້າ, ຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າໄດ້ ເນັ້ນໜັກເຖິງທ່າໄດ້ປຽບຂອງວິສາຫະກິດຫວຽດນາມໃນການສົ່ງອອກ ໄປຍັງຕະຫຼາດ ລັດເຊຍ.

ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພັນ ເສດຖະກິດ ອາຊີ - ເອີລົບໄດ້ຮັບການລົງນາມ ແລະ ຜັນຂະຫຍາຍເຊິ່ງນຳມາເຊິ່ງທ່າໄດ້ປຽບໃຫ້ແກ່ວິສາຫະກິດ ຫວຽດນາມເມື່ອນຳບັນດາຜະລິດຕະພັນເຂົ້າຕະຫຼາດທີ່ບໍ່ມີຮົ້ວກີດຂວາງດ້ານພາສີ. ເຖິງຢ່າງໃດກໍ່ຕາມບັນດາວິສາຫະກິດຄວນເປັນເຈົ້າການ, ຂະຫຍັນຂັນເຄື່ອນໃນການຊອກຫາ ແລະ ຊອກຮູ້ຄ້າ, ຄົ້ນຄ້ວາທ່າໄດ້ປຽບເຊິ່ງສັນຍານຳມາໃຫ້ຢ່າງລະອຽດ.”

 (ແຫຼ່ງຄັດຈາກ VOV)


top