ຂ່າວສານ

ຫວ​ຽດ​ນາມ ແລະ ອາ​ຊຽນ ແມ່​ນ​ໃຈກາງ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍມຸ່ງ​ໄປ​ສູ່​ທາງ​ທິດ​ໃຕ້​ເພີ່ມ​ທະ​ວີ​ໃໝ່​ຂອງ ສ.ເກົາຫຼີ

ຕອນບ່າຍວັນທີ 30 ພະຈິກ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ບູຍແທງເຊີນ ໄດ້ຕ້ອນຮັບທ່ານ Yeo Seung-bae, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ສ.ເກົາຫຼີ, ຫົວໜ້າ SOM ອາຊຽນ ຂອງສ.ເກົາຫຼີ, ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດທ່ານມາເຂົ້າຮ່ວມກອງປະຊຸມສຳຄັນຈຳນວນໜຶ່ງຢູ່ ຫວຽດນາມ.
ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ບູຍແທງເຊີນ ຕ້ອນຮັບທ່ານ Yeo Seung-bae, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ສ.ເກົາຫຼີ (ພາບ: dangcongsan.vn)

ທ່ານລັດຖະມົນຕີ ບູຍແທງເຊີນ ຢັ້ງຢືນວ່າ ສ.ເກົາຫຼີ ຍາມໃດກໍເປັນຄູ່ຮ່ວມມືສຳຄັນສຳລັບ ອາຊຽນ ແລະ ຫວຽດນາມ; ທ່ານຢັ້ງຢືນວ່າ ຫວຽດນາມ ຈະມານະພະຍາຍາມປະຕິບັດບົດບາດເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ - ສ.ເກົາຫຼີ ໃນ 3 ປີທີ່ຈະມາເຖິງໃຫ້ສຳເລັດເປັນຢ່າງດີ, ຕັ້ງໜ້າສົມທົບກັນຊຸກຍູ້ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ສ.ເກົາຫຼີ, ການພົວພັນຄູ່ຮ່ວມມືຍຸດທະສາດ 2 ຝ່າຍ ຫວຽດນາມ - ສ.ເກົາຫຼີ ແລະ ປະກອບສ່ວນຍູ້ແຮງຄູ່ຮ່ວມມື ແມ່ນ້ຳຂອງ - ສ.ເກົາຫຼີ. ທ່ານລັດຖະມົນຕີສະເໜີວ່າໃນເວລາທີ່ຈະມາເຖິງ, 2 ຝ່າຍຈົ່ງຮັກສາການແລກປ່ຽນການຄ້າ, ການລົງທຶນ; ໜູນຊ່ວຍ ແລະ ຮັບປະກັນໃຫ້ພົນລະເມືອງຂອງທັງ 2 ປະເທດມີສະພາບແວດລ້ອມໃນການດຳລົງຊິວິດເຮັດວຽກເປັນປົກກະຕິ, ສະດວກ ແລະ ປອດໄພ, ຊັ່ງຊາການເປີດສາຍການບິນໃນການເດີນທາງທີ່ປອດໄພໃຫ້ແກ່ປະຊາຊົນຄືນໃໝ່ໃນສະພາບການປົກກະຕິໃໝ່. ລັດຖະບານ ຫວຽດນາມ ກຽມພ້ອມໃຫ້ການໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ສ.ເກົາຫຼີ ແກ້ໄຂຜົນຮ້າຍຍ້ອນຫຼັງຈາກໂລກລະບາດ ໂຄວິດ - 19 ແລະ ເພີ່ມທະວີການລົງທຶນດຳເນີນທຸລະກິດ, ເປີດກວ້າງການຜະລິດຢູ່ ຫວຽດນາມ.

        ສ່ວນທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ຢັ້ງຢືນວ່າ ຫວຽດນາມ ແລະ ອາຊຽນ ແມ່ນໃຈກາງບຸລິມະສິດໃນນະໂຍບາຍມຸ່ງໄປສູ່ທາງທິດໃຕ້ເພີ່ມທະວີໃໝ່ (NSPP) ຂອງ ສ.ເກົາຫຼີ; ທັງໃຫ້ຮູ້ວ່າ ສ.ເກົາຫຼີ ຈະສືບຕໍ່ສົມທົບກັບ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ໃນການຮັບມືກັບໂລກລະບາດ ແລະ ຊຸກຍູ້ການຟື້ນຟູ, ຮັກສາທ່ວງທ່າການຮ່ວມມື. ກ່ຽວກັບການພົວພັນ 2 ຝ່າຍ, ທ່ານຮອງລັດຖະມົນຕີ ສ.ເກົາຫຼີ ສະເໜີໃຫ້ທັງ 2 ຝ່າຍສືບຕໍ່ຊຸກຍູ້ການພົວພັນແລກປ່ຽນລະຫວ່າງປະຊາຊົນ, ແຮງງານ ແລະ ການທ່ອງທ່ຽວ, ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງໃນບັນດາຂົງເຂດທີ່ທັງ 2 ຝ່າຍມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ.

(ແຫຼ່ງຄັດຈາກ VOV)


top