ຂ່າວສານ

ຫວ​ຽດ​ນາມ - ອົດ​ສະ​ຕາ​ລີ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນເປັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ

ຕອນເຊົ້າວັນທີ 4 ເມສາ, ພິທີຕ້ອນຮັບຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley ແລະ ພັນລະນາ, ມາຢ້ຽມຢາມ ທາງລັດຖະກິດຢູ່ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວໍວັນເຖືອງ, ໄດ້ດຳເນີນຢູ່ທໍານຽບປະທານປະເທດ. ທ່ານປະທານປະເທດ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາໄດ້ເປັນປະທານພິທີຕ້ອນຮັບ.
ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley

ທີ່ການພົບປະເຈລະຈາພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley ໄດ້ປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບການກຳນົດທິດຢ່າງໃຫຍ່ຫຼວງ ເພື່ອເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ ໃນບັນດາຂົງເຂດ; ເຫັນດີຍົກການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະເວລາທີ່ເໝາະສົມ. ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີວ່າ ບົນເນື້ອໃນຈິດໃຈຂອງເອກະສານຍຸດທະສາດເພີ່ມທະວີການຮ່ວມມືດ້ານເສດຖະກິດ ຫວຽດນາມ - ອົດສະຕາລີ (EEES), ສອງຝ່າຍຕ້ອງເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນສອງຝ່າຍ; ສ້າງງເງື່ອນໄຂສະດວກໃຫ້ບັນດາສິນຄ້າສົ່ງອອກທີ່ເປັນທ່າແຮງຂອງກັນ; ມີນະໂຍບາຍສົ່ງເສີມ, ເອື້ອອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດສອງປະເທດເພີ່ມທະວີການລົງທຶນຢູ່ປະເທດຂອງກັນ; ຕາມນັ້ນແລ້ວ, ສົ່ງເສີມວິສາຫະກິດ ອົດສະຕາລີ ລົງທຶນ ຢູ່ ຫວຽດນາມ.

ສ່ວນທ່ານ David Hurley ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ຢັ້ງຢືນວ່າ ຈະສືບຕໍ່ເອົາໃຈໃສ່, ສ້າງງເງື່ອນໄຂໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ອົດສະຕາລີ ດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກ ຢ່າງຖືກຕ້ອງຕາມກົດໝາຍຂອງປະເທດປະຈຳຖິ່ນ; ພ້ອມທັງສະເໜີໃຫ້ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ ອົດສະຕາລີ ມາທ່ອງທ່ຽວ, ຮ່ຳຮຽນ, ລົງທຶນ ແລະ ດຳເນີນທຸລະກິດຢູ່ ພວຽດນາມ.

ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການປຶກສາຫາລື ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ; ຢັ້ງຢືນຄືນຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກ; ພ້ອມກັບບັນດາປະເທດຮ່ວມມືສ້າງພາກພື້ນໃຫ້ມີສະຖຽນລະພາບ, ວັດທະນາຖາວອນ, ເຄົາລົບອະທິປະໄຕແຫ່ງຊາດ ແລະ ຮັບປະກັນການເຄົາລົບກົດໝາຍ.

ກ່ອນໜ້ານັ້ນ, ກໍໃນຕອນເຊົ້າຂອງວັນດຽວກັນ, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley ແລະ ຄະນະຜູ້ແທນຂັ້ນສູງ ອົດສະຕາລີ ໄດ້ໄປວາງພວງມາລາ ແລະ ເຂົ້າຄຳນັບສຸສານອາໄລຫາປະທານ ໂຮ່ຈີມິນ; ວາງພວງມາລາຢູ່ອະນຸສາວະລີນັກຮົບວິລາຊົນເສຍສະຫຼະຊີວິດເພື່ອຊາດ.


top