ຂ່າວສານ

ຫວ​ຽດ​ນາມ ປະ​ກອບ​ສ່ວນຢ່າງຕັ້ງ​ໜ້າ ແລະ ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ກອງ​ປະ​ຊຸມ​ບັນ​ດາ​ການ​ນຳ ອາ​ຊຽນ

ນີ້ແມ່ນຄຳຢັ້ງຢືນຂອງທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ຽວກັບໝາກຜົນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ ທີ່ຫາກໍ່ສິ້ນສຸດລົງຢູ່ ອິນໂດເນເຊຍ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ ທີ່ຫາກໍ່ສິ້ນສຸດລົງຢູ່ ອິນໂດເນເຊຍ (ພາບ: TTXVN)

ຕາມທ່ານ ຫງວຽນກ໊ວກຢຸງ ແລ້ວ, ບັນດາຄຳເຫັນ, ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢູ່ກອງປະຊຸມໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ແບ່ງປັນສູງຈາກ ການນຳຂອງບັນດາປະເທດອາຊຽນ, ຕອບສະໜອງບັນດາຄວາມສົນໃຈ ແລະ ບຸລິມະສິດຂອງ ອາຊຽນໃນເວລານີ້, ເປັນຕົ້ນແມ່ນການຄວບຄຸມໂລກລະບາດໂຄວິດ - 19 ຊຸກຍູ້ການຟື້ນຟູ ແລະ ວິທີການຮັບມືກັບບັນດາບັນຫາທີ່ເກີດຂຶ້ນໃໝ່ຢ່າງມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກໍ່ມີຄວາມຄ່ອງແຄ້ວໃນການຊຸກຍູ້ບັນດາໝາກຜົນທີ່ ຫວຽດນາມ ບັນລຸໄດ້ໃນອາຍຸການ ປະທານອາຊຽນ 2020 ແລະ ສົມທົບບັນດາບັນຫາ ທີ່ຫວຽດນາມ ມີຜົນປະໂຫຍດຄື ບັນຫາທະເລຕາເວັນອອກ, ແມ່ນ້ຳຂອງ ໃນການກຳນົດທິດຮ່ວມມືຂອງ ອາຊຽນ. ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ ອາຊຽນ ຕ້ອງເອົາໃຈໃສ່ເຖິງບັນຫາຮັດແຄບໄລຍະຫ່າງໃນການພັດທະນາກັບບັນດາອະນຸພາກພື້ນ. ເພື່ອຮັກສາບົດບາດເປັນໃຈກາງຂອງ ອາຊຽນໃນສະພາບແວດລ້ອມຍຸດທະສາດ ມີການຜັນແປຢ່າງສັບສົນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ເຈດຕະນາດີຂອງບັນດາຝ່າຍ ຕ້ອງສະແດງອອກດ້ວຍບັນດາການກະທຳທີ່ແທດຈິງ, ຫຼີກລ້ຽງບັນດາການກະທຳທີ່ເຮັດໃຫ້ເພີ່ມຄວາມເຄັ່ງຕຶງ ແລະ ສະພາບການສັບສົນຂຶ້ນຕື່ມ. ອາຊຽນຕ້ອງຮັກສາຫຼັກໝັ້ນກ່ຽວກັບບັນຫາທະເລຕາເວັນອອກ, ໃນນັ້ນມີການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນ, ປະຕິບັດຕາມກົດໝາຍສາກົນ, ລວມມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982), ປະຕິບັດຖະແຫຼວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກທີ່ມີຜົນສັກສິດ ແລະ ປະສິດທິຜົນໃຫ້ສຳເລັດໂດຍໄວ. ບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ກ່ຽວກັບວິທີການອາຊຽນ ເຂົ້າຮ່ວມການໜູນຊ່ວຍ ມຽນມາ ແມ່ນມີຄວາມເໝາະສົມກັບຄຳເຫັນລວມ ຂອງບັນດາການນຳ ອາຊຽນ. ນັ້ນແມ່ນຈັດສົ່ງຜູ້ຕາງໜ້າຂອງ ອາຊຽນ ໄປຍັງ ມຽນມາ ເພື່ອຊອກຮູ້ສະພາບຕົວຈິງ, ສຳຜັດກັບບັນດາຝ່າຍ, ຊຸກຍູ້ການໂອ້ລົມສົນທະນາ, ຊອກຫາມາດຕະການແກ້ໄຂ, ໄປຄຽງຄູ່ກັນນັ້ນແມ່ນການເພີ່ມທະວີບັນດາຄວາມມານະພະຍາຍາມໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ປະຊາຊົນ.

(ແຫຼ່ງຄັດຈາກ VOV)


top