ຂ່າວສານ

ຫວ​ຽດ​ນາມ ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ເພື່ອ​ກໍ່​ສ້າງ​ອະ​ນ​າ​ຄົດທີ່​ຍືນ​ຍົງ

ນັບແຕ່ປີ 1994, ຫວຽດນາມ ໄດ້ສຸມໃສ່ພິເສດຕໍ່ການພັດທະນາຂະແໜງການຢາ, ເຄື່ອງບໍລິໂພກ (FMCG), ລົດໂອໂຕ ແລະ ດັດປັບລຳດັບໃນຂົງເຂດດຶງດູດເງິນລົງທຶນຈາກບັນດາຕະຫຼາດຄື: ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ຫຼື ອາເມລິກາເທື່ອລະກ້າວ.
  ພາບປະກອບ: TTXVN  

ເວັບໄຊ internationalbanker.com ຂອງອັງກິດ ຫາກໍ່ລົງພິມບົດຂຽນຕີລາຄາວ່າ ຫວຽດນາມ ດຶງດູດການລົງທຶນຈາກຕ່າງປະເທດເພື່ອສ້າງອະນາຄົດແບບຍືນຍົງ. ເນື້ອໃນຂອງບົດຂຽນ ໄດ້ຊີ້ແຈ້ງວ່າ: ນັບແຕ່ປີ 1994, ຫວຽດນາມ ໄດ້ສຸມໃສ່ພິເສດຕໍ່ການພັດທະນາຂະແໜງການຢາ, ເຄື່ອງບໍລິໂພກ (FMCG), ລົດໂອໂຕ ແລະ ດັດປັບລຳດັບໃນຂົງເຂດດຶງດູດເງິນລົງທຶນຈາກບັນດາຕະຫຼາດຄື: ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ຫຼື ອາເມລິກາເທື່ອລະກ້າວ. ຫວຽດນາມ ກໍ່ພວມຊອກຫາວິທີການຫັນປ່ຽນອອກຈາກຂະແໜງອຸດສາຫະກຳໜັກ ແລະ ມີການຄັດເລືອກກ່ວາໃນການດຶງດູດການລົງທຶນເຂົ້າບັນດາຂົງເຂດນີ້. ໂດຍອີງໃສ່ຖານະບົດບາດແມ່ນສູນຜະລິດໃຫ້ແກ່ບັນດາເຄື່ອງໝາຍການຄ້າທີ່ມີຊື່ສຽງທົ່ວໂລກ, ຫວຽດນາມ ພວມກຳນົດທິດພັດທະນາເຕັກໂນໂລຢີ, ລວມມີຫຼາຍຂະແໜງອຸດສາຫະກຳເຕັກນິກກ່ວາອີກ.

ບົດຂຽນກໍ່ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ໄດ້ມານະພະຍາຍາມສົມທົບກັນເພື່ອດຶງດູດເງິນລົງທຶນຜ່ານຫຼາຍມາດຕະການສົ່ງເສີມ ດ້ວຍເຄືອຂ່າຍເຊື່ອມຕໍ່ສາກົນ.


top