ຂ່າວສານ

ຫວ່າງອາປ່າວ ປະຕິບັດໜ້າທີ່ຕ້ານໂລກລະບາດ

      ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕ່ອ້າຍ ຫວ່າງອາປ່າວ ຢູ່ບ້ານ ຊາລາຍ ຕາແສງ ຈຽງຊວນ ເມືອງ ເວິນໂຮ່ ແຂວງ ເຊີນລາ ຍັງຄົງລຸຍຕົມເກືອກບວກ ລົງໄປແຕ່ລະຄອບຄົວ ເພື່ອໂຄສະນາແນະນຳໃຫ້ພໍ່ແມ່ພີນ້ອງ ກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ - 19. ກໍ່ຍ້ອນກຳແໜ້ນສະພາບການຢູ່ໝູ່ບ້ານ, ດັ່ງນັ້ນ ຫວ່າງອາປ່າວ ສາມາດລາຍງານເຖິງການນຳແຂວງ ເພື່ອຕ້ອນຮັບແຮງງານນັບ 10 ຄົນ ກັບມາບ້ານຈາກ ຈີນ ເຂົ້າເຂດແຍກຕົວລວມໝູ່, ສະກັດກັ້ນໂລກລະບາດຢູ່ຂັ້ນຮາກຖານ
 

ຫວ່າງອາປ່າວ ປະຕິບັດໜ້າທີ່ຕ້ານໂລກລະບາດ 
      ພາຍຫຼັງທີ່ໄດ້ສຳເລັດພັນທະແຍກຕົວ ເປັນເວລາເຄິ່ງເດືອນ ຢູ່ໂຮງຮຽນການທະຫານແຂວງ ເຊີນລາ ແລະ ປັດຈຸບັນໄດ້ກັບບ້ານ, ອ້າຍ ຫວ່າງອາເຊີ໋ ພ້ອມກັບ 10 ຄົນອື່ນໃນບ້ານ ຊາລາຍ ຕາແສງ ຈຽງຊວນ ເມືອງ ເວິນໂຮ່ ມີຄວາມຕື້ນຕັນໃຈຕໍ່ໜ້າການເບິ່ງແຍງຢ່າງສຸດໃຈ ຂອງພວກອ້າຍທະຫານ. ຕົ້ນເດືອນມີນາທີ່ຜ່ານມາ ທັງຈຸແຮງງານຂອງອ້າຍ ເຊີ໋ ພວມອອກແຮງງານຮັບຈ້າງຢູ່ ຈີນ, ເມື່ອເຫັນໂລກລະບາດທີ່ນັບມື້ນັບແຜ່ລາມອອກສູ່ວົງກວ້າງ ດັ່ງນັ້ນໄດ້ຊັກຊວນກັນກັບເມືອບ້ານ. ອ້າຍ ຫວ່າງອາເຊີ໋ີ ເລົ່າສູ່ຟັງວ່າ ເພື່ອໃຫ້ທັງຈຸລວມມີ 11 ຄົນມີຄວາມອຸ່ນອ່ຽນໃຈເຂົ້າເຂດແຍກຕົວລວມໝູ່, ຫວ່າງອາປ່າວ ພະນັກງານການແພດຂອງບ້ານ ຕ້ອງໄດ້ເກ້ຍກ່ອມຫຼາຍ. ອ້າຍ ຫວ່າງອາເຊີ໋ ເວົ້າວ່າ:
  “ຈາກແຂວງ ລາວກາຍ ກັບເມືອບ້ານ, ເວົ້າລວມແລ້ວ ທຸກໆຄົນກໍ່ມີຄວາມເປັນຫ່ວງເປັນໃຍທີ່ສຸດ  ແຕ່ອ້າຍ ປ່າວ ໄດ້ເວົ້າກັບພວກຂ້າພະເຈົ້າວ່າ: ປັດຈຸບັນ ທຸກໆຄົນກັບເມືອບ້ານ ບໍ່ແມ່ນວ່າພວກເຈົ້າຖືກຈຳແນກການປະພຶດ, ໝູ່ບ້ານພຽງແຕ່ມີຄວາມຫວັງຢ່າງດຽວ ແມ່ນຢາກນຳສິ່ງທີ່ຈົບງາມມາສູ່ກັບໝູ່ບ້ານ ແລະ ທຸກໆຄົນ. ບໍ່ແມ່ນວ່າຢູ່ປະເທດເຮົາເທົ່ານັ້ນ ປະເທດຕ່າງໆໃນໂລກເຂົາກໍ່ແຍກຕົວ ສຳລັບຄົນທີ່ມາຈາກເຂດເກີດໂລກລະບາດເຊັ່ນດຽວກັນ, ດັ່ງນັ້ນພວກເຈົ້າຕ້ອງພະຍາຍາມ, ປະຕິບັດການແຍກຕົວ, ແລ້ວກັບຄືນເມືອບ້ານບໍ່ມີຫຍັງດອກ. ເມື່ອໄດ້ຟັງ ປ່າວ ເວົ້າເຊັ່ນນັ້ນ ພວກຂ້າພະເຈົ້າທຸກໆຄົນ ຕ່າງກໍ່ເຫັນດີ ແລະ ມີຄວາມອຸ່ນອ່ຽນໃຈຢູ່ເຂດແຍກຕົວເປັນເວລາ 14 ວັນ”.
   ໂດຍແມ່ນພະນັກງານການແພດຂອງໝູ່ບ້ານ ມາເປັນເວລາຫຼາຍປີ, ຫວ່າງອາປ່າວ ມີຄວາມເຂົ້າໃຈເຖິງຄວາມຢ້ານກົວຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງ ເມື່ອເວົ້າເຖິງການແຍກຕົວ. ເພາະສະນັ້ນ ເມື່ອໂອ້ລົມທາງໂທລະສັບກັບອ້າຍ ເຊີ໋ ແລະ ທຸກໆຄົນ ປ່າວ ໄດ້ແນະນຳວ່າ ແຍກຕົວແມ່ນເພື່ອຕິດຕາມສຸຂະພາບ ເພື່ອຮັບປະກັນຄວາມປອດໄພ ໃຫ້ທັງໝູ່ບ້ານອີກດ້ວຍ ບໍ່ແມ່ນວ່າຖືກຈັບ ແລະ ຖືກກັກຕົວຄືທຸກໆຄົນເຄີຍເວົ້າ ດັ່ງນັ້ນທຸກໆຄົນໄດ້ເຂົ້າໃຈ ແລະ ປະຕິບັດຕາມ. ອ້າຍ ປ່າວ ເວົ້າວ່າ:
  “ເມື່ອເຫັນຫຼາຍຄົນກັບມາຈາກ ຈີນ, ເຊິ່ງແມ່ນເຂດພວມເກີດໂລກລະບາດ, ຂ້າພະເຈົ້າໄດ້ລາຍງານກັບຄະນະປົກຄອງຕາແສງໃນທັນທີ ເພື່ອມີມາດຕະການແຍກຕົວຢ່າງທັນການ. ພໍ່ແມ່ພີ່ນ້ອງເຮົາຍັງບໍ່ທັນຖືກແຍກຕົວຈັກເທື່ອ ດັ່ງນັ້ນ ເຂົາເຈົ້າກໍ່ຕົກສະທ້ານຢ້ານກົວ. ຂ້າພະເຈົ້າພ້ອມກັບບັນດາພະນັກງານໃນຕາແສງ, ເມືອງໄປຮອດບ່ອນແຍກຕົວ ເພື່ອລະດົມໃຈໃຫ້ແກ່ພໍ່ແມ່ພີ່ນ້ອງ ໃຫ້ມີຄວາມອຸ່ນອ່ຽນໃຈ ປະຕິບັດພັນທະແຍກຕົວ”.
   ທ່ານຮອງຫົວໜ້າສູນສາທາລະນະສຸກເມືອງ ເວິນໂຮ່ ຫງວຽນກັວກຕ໊ວນ ຢືນຢັນວ່າ ວຽກງານຂອງ ຫວ່າງອາປ່າວ ໃນເວລານັ້ນແມ່ນທັນການທີ່ສຸດ, ເມື່ອຮັບຊາບມີຄົນຢູ່ໃນບ້ານພວມກັບມາຈາກ ຈີນ ເຊິ່ງແມ່ນເຂດເກີດໂລກລະບາດ ໂຄວິດ - 19, ປ່າວ ໄດ້ໂທລະສັບຫາຂັ້ນເທິງ ເພື່ອມີມາດຕະການແກ້ໄຂຢ່າງທັນການ. ທ່ານ ຫງວຽນກັວກຕ໊ວນ ກ່າວວ່າ:
    “ສິ່ງທີ່ສຳຄັນທີ່ສຸດຢູ່ທີ່ນີ້ ແມ່ນໄດ້ຄົ້ນພົບໃນເບື້ອງຕົ້ນ, ເພາະວ່າຖ້າຫາກມີຜູ້ໜຶ່ງ ຕິດເຊື້ອໂຄວິດ - 19 ກັບຄືນມາວົງຄະນາຍາດນັ້ນ, ລະດັບການແຜ່ລະບາດຈະວ່ອງໄວທີ່ສຸດ. ແຕ່ຖ້າຫາກວ່າ ພວກເຮົາສາມາດສະກັດກັ້ນໄດ້ນັບແຕ່ຫົວທີ ຄືນັບແຕ່ພໍ່ແມ່ພີ່ນ້ອງກັບມາຈາກເຂດເກີດໂລກລະບາດ ກໍ່ຈະເຮັດໃຫ້ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດບັນລຸໝາກຜົນດີທີ່ສຸດ”.
  ເຖິງວ່າຈຳນວນເງິນຊ່ວຍໜູນໃຫ້ແກ່ຂົງເຂດການແພດຂອງບ້ານ ມີພຽງແຕ່ 200.000  ດົ່ງ ເກືອບ 10 ໂດລາສະຫະລັດຕໍ່ເດືອນກໍ່ຕາມ, ບາງຄັ້ງເງິນຈຳນວນນີ້ ກໍ່ບໍ່ພໍເພື່ອຊື້ນ້ຳມັນລົດ, ແຕ່ອ້າຍ ປ່າວ ຍັງຄົງມີຄວາມຜູກພັນ ແລະ ມີຄວາມຮັບຜິດຊອບກັບວຽກງານຂອງໝູ່ບ້ານ. ບັນດາແບບຢ່າງຄືອ້າຍ ປ່າວ ໄດ້ປະກອບສ່ວນຍູ້ຖອຍໂລກລະບາດໂດຍໄວ ເພື່ອຮັກສາສຸຂະພາບໃຫ້ແກ່ປະຊາຊົນ.
 (ແຫຼ່ງຄັດຈາກ VOV)


top