ຂ່າວສານ

ຫວຽ​ດ​ນາມ​ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປົກ​ປ້ອງ​ສາ​ມັນຊົນ ຢູ່ ຊູ​ດັງ

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ມີຄວາມປາດຖະໜາຢາກໃຫ້ລັດຖະບານ ຊູດັງ ສືບຕໍ່ຊຸກຍູ້ວິວັດການປ່ຽນຜ່ານ, ໃນນັ້ນຮັບປະກັນການເຂົ້າຮ່ວມຂອງແມ່ຍິງຢ່າງຄົບຖ້ວນ, ມີຄວາມສະເໝີພາບ ແລະ ມີຄວາມໝາຍ, ເໝາະສົມກັບຂໍ້ຕົກລົງສັນຕິພາບໃນວັນທີ 3 ຕຸລາ 2020. 
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ

ວັນທີ 9 ມິຖຸນາ, ກ່າວຄຳເຫັນທີ່ກອງປະຊຸມ ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮູ້ບັນດາຄວາມຄືບໜ້າຢ່າງຕັ້ງໜ້າກ່ຽວກັບການເມືອງ ແລະ ຄວາມໝັ້ນຄົງຢູ່ຊູດັງ ນັບແຕ່ຕົ້ນປີ 2021 ມາຮອດປັດຈຸບັນ, ແຕ່ກໍ່ແບ່ງປັນຄວາມວິຕົກກັງວົນກ່ຽວກັບບັນດາສິ່ງທ້າທາຍຢູ່ປະເທດນີ້, ພິເສດແມ່ນວິກິດການດ້ານເສດຖະກິດ, ມະນຸດສະທຳ ແລະ ສະພາບການເພີ່ມຂຶ້ນຂອງການໃຊ້ຄວາມຮຸນແຮງລະຫວ່າງ ບັນດາປະຊາຄົມ ຢູ່ພາກພື້ນDarfur.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ມີຄວາມປາດຖະໜາຢາກໃຫ້ລັດຖະບານ ຊູດັງ ສືບຕໍ່ຊຸກຍູ້ວິວັດການປ່ຽນຜ່ານ, ໃນນັ້ນຮັບປະກັນການເຂົ້າຮ່ວມຂອງແມ່ຍິງຢ່າງຄົບຖ້ວນ, ມີຄວາມສະເໝີພາບ ແລະ ມີຄວາມໝາຍ, ເໝາະສົມກັບຂໍ້ຕົກລົງສັນຕິພາບໃນວັນທີ 3 ຕຸລາ 2020. ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງໃຫ້ລັດຖະບານ ຊູດັງ ເພີ່ມທະວີກຳລັງຄວາມສາມາດໃນການປົກປ້ອງສາມັນຊົນ ແລະ ຜັນຂະຫຍາຍບັນດາມາດຕະການແນໃສ່ແກ້ໄຂບັນຫາໃຊ້ຄວາມຮຸນແຮງ ລະຫວ່າງບັນດາປະຊາຄົມ ຢູ່ Darfur.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍ່ເນັ້ນໜັກວ່າ ປະເທດຊາດຕ້ອງມີຄວາມຮັບຜິດຊອບແຖວໜ້າໃນການຮັບປະກັນການປະຕິບັດຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ, ສະກັດກັ້ນ ແລະ ລົງໂທດອາດຊະຍາກອນອາຍາທີ່ຮ້າຍແຮງປະເພດຕ່າງໆ. ທ່ານເອກອັກຄະລັດຖະທູດ ຖືວ່າ, ການສືບສວນຄວາມຮັບຜິດຊອບຂອງການລະເມີດກົດໝາຍມະນຸດສະທຳສາກົນ, ອາດຊະຍາກຳອາຍາທີ່ຮ້າຍແຮງ ຄວນຕ້ອງໄດ້ດຳເນີນຢ່າງສອດຄ່ອງກັບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ໃນນັ້ນມີການເຄົາລົບເອກະລາດ, ອະທິປະໄຕແຫ່ງຊາດ.
(ແຫຼ່ງຄັດຈາກ VOV)

top