ຂ່າວສານ

ຫວຽ​ດ​ນາມ ແລະ ສ.ເກົາຫຼີ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປະ​ສານ​ງານ​ການ​ພົວ​ພັນ ອາ​ຊຽນ - ສ.ເກົາຫຼີ ໄລ​ຍະ 2021 – 2024

ທີ່ການປຶກສາຫາລື, ຮອງລັດຖະມົນຕີ, ຫົວໜ້າ SOM ທັງ 2 ທ່ານກໍ່ລ້ວມແຕ່ຕີລາຄາການພົວພັນ ອາຊຽນ - ສ.ເກົາຫຼີ ນັບແຕ່ປີ 1989 ມາຮອດປະຈະບັນໄດ້ພັດທະນາຢ່າງດີງາມ, ເຂົ້າສູ່ລວງເລິກ ແລະ ແຜ່ກະຈາຍໃນຫຼາຍຂົງເຂດ.
ການປຶກສາຫາລືລະຫວ່າງ ຫວຽດນາມ - ສ.ເກົາຫຼີ ກ່ຽວກັບການປະສານງານການພົວພັນ ອາຊຽນ - ສ.ເກົາຫຼີ ໄລຍະ 2021 – 2024 (ພາບ: TTXVN)
 
 ວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນກວັກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຂອງ ຫວຽດນາມ ແລະ ທ່ານ Yeo Seung-bae, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຂອງ ສ.ເກົາຫຼີ ໄດ້ດຳເນີນການປຶກສາຫາລືລະຫວ່າງ ຫວຽດນາມ - ສ.ເກົາຫຼີ ກ່ຽວກັບການປະສານງານການພົວພັນ ອາຊຽນ - ສ.ເກົາຫຼີ ໄລຍະ 2021 – 2024.

        ທີ່ການປຶກສາຫາລື, ຮອງລັດຖະມົນຕີ, ຫົວໜ້າ SOM ທັງ 2 ທ່ານກໍ່ລ້ວມແຕ່ຕີລາຄາການພົວພັນ ອາຊຽນ - ສ.ເກົາຫຼີ ນັບແຕ່ປີ 1989 ມາຮອດປະຈະບັນໄດ້ພັດທະນາຢ່າງດີງາມ, ເຂົ້າສູ່ລວງເລິກ ແລະ ແຜ່ກະຈາຍໃນຫຼາຍຂົງເຂດ.

        ໃນການແລກປ່ຽນກ່ຽວກັບສະພາບການໃນສາກົນ ແລະ ພາກພື້ນ, 2 ຝ່າຍໄດ້ເຫັນດີສືບຕໍ່ການສົມທົບໃນບັນດາບັນຫາສາກົນ ແລະ ພາກພື້ນຢ່າງແໜ້ນແຟ້ນ, ເພີ່ມທະວີການປຶກສາຫາລື, ການຮ່ວມມື, ສ້າງຄວາມເຊື່ອໝັ້ນ, ເຄົາລົບກົດໝາຍຢ່າງສູງ, ການປະພຶດຢ່າງມີຄວາມຮັບຜິດຊອບ ໃນບັນດາສິ່ງທ້າທາຍທີ່ທັງ 2 ຝ່າຍຕ້ອງປະເຊີນໜ້າ. 2 ຝ່າຍສະແດງ ຄວາມປາດຖະໜາຢາກໃຫ້ບັນດາຝ່າຍປະຕິບັດມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ຢ່າງຄົບຖ້ວນ, ເຊື່ອມຕໍ່ການເຈລະຈາມຸ່ງໄປເຖິງການປອດອາວຸດນີວເຄຼຍຢູ່ ແຫຼມເກົາຫຼີ ໂດຍໄວ, ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ ອາຊີຕາເວັນອອກສ່ຽງເໜືອ ແລະ ໃນໂລກ. ໃນການແລກປ່ຽນກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ຮອງລັດຖະມົນຕີ 2 ທ່ານໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປສັບສົນໃນທະເລຕາເວັນອອກ, ປາດຖະໜາຢາກເຮັດໃຫ້ທະເລຕາເວັນອອກເປັນພາກພື້ນສັນຕິພາບ ແລະ ການຮ່ວມມື.

(ແຫຼ່ງຄັດຈາກ VOV)

top