ຂ່າວສານ

ຫວຽດ​ນາມ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ກຸ່ມ​ປະ​ຕິ​ບັດ​ງານ​ຄົມ​ມະ​ນາ​ຄົມ​ການ​ເດີນ​ເຮືອ​ອາ​ຊຽນ

ກອງປະຊຸມ MTWG ໂດຍ 10 ປະເທດອາຊຽນຜັດປ່ຽນກັນເປັນເຈົ້າພາບຈັດຕັ້ງ 2 ປີ/ຄັ້ງ. ຫວຽດນາມ ເປັນເຈົ້າພາບຈັດຕັ້ງ MTWG ໄລຍະ 2022 – 2023 ດ້ວຍ 2 ກອງປະຊຸມ/ປີ.

ກອງປະຊຸມ MTWG ໂດຍ 10 ປະເທດອາຊຽນຜັດປ່ຽນກັນເປັນເຈົ້າພາບຈັດຕັ້ງ 2 ປີ/ຄັ້ງ. ຫວຽດນາມ ເປັນເຈົ້າພາບຈັດຕັ້ງ MTWG ໄລຍະ 2022 – 2023 ດ້ວຍ 2 ກອງປະຊຸມ/ປີ.

    

ກອງປະຊຸມ MTWG 16 ຢູ່ຍາຈາງ, ຫວຽດນາມ ໃນປີ 2008  (ພາບ: baogiaothong.vn)

ໃນລະຫວ່າງວັນທີ 9 – 10 ມີນາ, ກອງປະຊຸມກຸ່ມປະຕິບັດງານຄົມມະນາຄົມການເດີນເຮືອ ອາຊຽນ (MTWG) ຈະໄດ້ຮັບການຈັດຕັ້ງຢູ່ຮ່າໂນ້ຍ. ໃນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ກອງປະຊຸມ MTWG ຄັ້ງທີ 42 ໄດ້ຈັດຕັ້ງຕາມຮູບແບບທາງໄກ ໂດຍມີການເຂົ້າຮ່ວມຂອງ 10 ປະເທດສະມາຊິກອາຊຽນ, ຄະນະເລຂາອາຊຽນ, ອົງການຈັດຕັ້ງການເດີນເຮືອສາກົນ (IMO), ບັນດາຄູ່ຮ່ວມມືເຈລະຈາ ແລະ ບັນດາສະຫະສະມາຄົມໃນພາກພື້ນຂອງ ອາຊຽນ.

ຢູ່ກອງປະຊູມຄັ້ງນີ້, ກຸ່ມປະຕິບັດງານ MTWG ASEAN ຈະສືບຕໍ່ປຶກສາຫາລືການປະຕິບັດແຜນການຍຸດທະສາດຄົມມະນາຄົມຂົນສົ່ງ Kuala Lumpur 2016-2025, ບັນດາຂໍ້ລິເລີ່ມໃໝ່ໃນຂົງເຂດຄົມມະນາຄົມການເດີນເຮືອ, ຄວາມຄືບໜ້າໃນການປະຕິບັດແຜນການກະທຳ 2022 – 2023, ການຮ່ວມມືກັບ IMO, ບັນດາຄູ່ຮ່ວມມືເຈລະຈາ ແລະ ສະຫະສະມາຄົມໃນພາກພື້ນຂອງ ອາຊຽນ.

ກອງປະຊຸມ MTWG ໂດຍ 10 ປະເທດອາຊຽນຜັດປ່ຽນກັນເປັນເຈົ້າພາບຈັດຕັ້ງ 2 ປີ/ຄັ້ງ. ຫວຽດນາມ ເປັນເຈົ້າພາບຈັດຕັ້ງ MTWG ໄລຍະ 2022 – 2023 ດ້ວຍ 2 ກອງປະຊຸມ/ປີ.

(ແຫຼ່ງຄັດຈາກ VOV)


top