ຫວຽດ​ນາມ​ເຂົ້າ​ຮ່ວມ​ເຄື່ອງ​ມື​ປະ​ກັນ​ຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວັນທີ 10 ກຸມພາ, ຜູ້ຕາງໜ້າກະຊວງການເງິນ ຫວຽດນາມ ໄດ້ເຊັນບົດບັນທຶກຊ່ວຍຈຳ (MoU) ເພື່ອເປັນສະມາຊິກ ທີ 8 ຂອງ ເຄື່ອງມືປະກັນຄວາມສ່ຽງໄພທຳມະຊາດອາຊີຕາເວັນອອກສ່ຽງໃຕ້ (SEADRIF).

ວັນທີ 10 ກຸມພາ, ຜູ້ຕາງໜ້າກະຊວງການເງິນ ຫວຽດນາມ ໄດ້ເຊັນບົດບັນທຶກຊ່ວຍຈຳ (MoU) ເພື່ອເປັນສະມາຊິກ ທີ 8 ຂອງ ເຄື່ອງມືປະກັນຄວາມສ່ຽງໄພທຳມະຊາດອາຊີຕາເວັນອອກສ່ຽງໃຕ້ (SEADRIF) ລວມມີກຳປູເຈຍ, ອິນໂດເນເຊຍ, ລາວ, ມຽນມາ, ຟີລິບປິນ, ສິງກະໂປ, ຍີ່ປຸ່ນ ແລະ ຫວຽດນາມ. 

ພາບປະກອບ:  hanoimoi.com.vn

ດ້ວຍການເປັນສະມາຊິກຂອງ SEADRIF, ຫວຽດນາມ ຈະໄດ້ຮັບການໜູນຊ່ວຍທາງດ້ານເຕັກນິກ ໃນຂົງເຂດປ້ອງກັນງົບປະມານແຫ່ງລັດ, ປ້ອງກັນດ້ານການເງິນສຳລັບສັບສົມບັດຂອງລັດ, ສ້າງຮູບແບບຄວາມສ່ຽງ ແລະ ຄຸ້ມຄອງຄວາມສ່ຽງ, ພັດທະນາຕະຫຼາດປະກັນໄພພາຍໃນປະເທດ, ປ່ຽນແປງໃໝ່ເຕັກໂນໂລຢີ ແລະ ຜະລິດຕະພັນການເງິນ. ຫວຽດນາມ ກໍ່ສາມາດຜ່ານ SEADRIF ເພື່ອເຂົ້າເຖິງຕະຫຼາດການເງິນສາກົນ ດ້ວຍຂອບຂະໜາດເສດຖະກິດທີ່ກວ້າງໃຫຍ່ກ່ວາຍ້ອນກົນໄກແບ່ງປັນຄວາມສ່ຽງກັບບັນດາປະເທດສະມາຊິກອື່ນ ແລະເຂົ້າເຖິງແຫຼ່ງໜູນຊ່ວຍດ້ານການເງິນທີ່ມີຄວາມສາມາດບົ່ມຊ້ອນຈາກຄູ່ຮ່ວມມືທີ່ພັດທະນາ. ທ່ານນາງ Carolyn Turk, ຜູ້ອຳນວຍການແຫ່ງຊາດ ທະນາຄານໂລກ ປະຈຳ ຫວຽດນາມຢັ້ງຢືນວ່າທະນາຄານໂລກ ພ້ອມກັບຄູ່ຮ່ວມມືພັດທະນາໄດ້ແລະກຳລັງສະໜອງການໜູນຊ່ວຍດ້ານເຕັກນິກ, ການເງິນ ແລະ ການເຄື່ອນໄຫວແລກປ່ຽນເພື່ອແນໃສ່ຊ່ວຍຫວຽດນາມ ສ້າງຄວາມສາມາດໃນການຄຸ້ມຄອງຜົນກະທົບຈາກໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ. ເລື່ອງ ຫວຽດນາມ ເຂົ້າຮ່ວມ SEADRIF ແມ່ນບາດກ້າວສຳຄັນ ເພື່ອປັບປຸງປີການເງິນ ແລະ ລັກສະນະຮັບມືຂອງລະບົບການເງິນແຫ່ງຊາດ ຕໍ່ຄວາມສ່ຽງຈາກໄພທຳມະຊາດ ແລະ ດິນຟ້າອາກາດ, ສິ່ງດັ່ງກ່າວນີ້ຍິ່ງມີຄວາມສຳຄັນກ່ວາ ເມື່ອ ຫວຽດນາມ ພວມປະຕິບັດການຟື້ນຟູຂຽວ ແລະ ຍືນຍົງ ພາຍຫຼັງຄວບຄຸມໂລກລະບາດໂຄວິດ - 19 ໄດ້.

 (ແຫຼ່ງຄັດຈາກ VOV)


top