ຂ່າວສານ

ຫວຽດ​ນາມ​ເຂົ້າ​ຮ່ວມ​ກອ​ງ​ປະ​ຊຸມສົນ​ທະ​ນາລະ​ຫວ່າງ ອາ​ຊຽນ - ອາ​ເມ​ລິ​ກາ​ຄັ້ງ​ທີ 35 ແລະ ບັນ​ດາ​ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ອາ​ຊຽນ - ອິ​ນ​ເດຍ​ຄັ້ງ​ທີ 25, ອາ​ຊຽນ +3 ແລະ ກອງ​ປະ​ຊຸມ​ລະ​ດັບ​ສູງ​ອາ​ຊີ​ຕາ​ເວັນ​ອອກ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ໄດ້ແບ່ງປັນບຸລິມະສິດ ແລະ ມາດຕະການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື.
  ກອງປະຊຸມສົນທະນາລະຫວ່າງ ອາຊຽນ - ອາເມລິກາຄັ້ງທີ 35 (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)  

ໃນລະຫວ່າງວັນທີ 7 – 8 ມີນາ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ຜູ້ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມເຈລະຈາ ອາຊຽນ - ອາເມລິກາຄັ້ງທີ 35, SOM ອາຊຽນ - ອິນເດຍຄັ້ງທີ 25, SOM ASEAN+3 (ກັບຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ແລະ SOM ລະດັບສູງ ອາຊີຕາເວັນອອກ (ກັບຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ອິນເດຍ, ອົດສະຕາລີ, ນິວຊີແລນ) ຢູ່ ຈາກາຕາ, ປະເທດອິນໂດເນເຊຍ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ໄດ້ແບ່ງປັນບຸລິມະສິດ ແລະ ມາດຕະການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ໃນນັ້ນໄດ້ເນັ້ນໜັກວ່າຄວນເສີມຂະຫຍາຍບັນດາທ່າແຮງທີ່ມີຄວາມເໝາະສົມ ແລະ ແຫຼ່ງກຳລັງທີ່ຈຳເປັນເພື່ອຍູ້ໄວຄວາມມານະພະຍາຍາມຟື້ນຟູ ແລະ ການເຕີບໂຕຢູ່ພາກພື້ນ, ຮັດແຄບໄລຍະຫ່າງໃນການພັດທະນາ ແລະ ພັດທະນາອະນຸພາກພື້ນ, ໃນນັ້ນມີອະນຸພາກພື້ນແມ່ນ້ຳຂອງ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານເອກອັກຄະລັດຖະທູດ ໄດ້ຢັ້ງຢືນຄືນຫຼັກໝັ້ນຫຼັກການຂອງ ອາຊຽນ, ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມກົດໝາຍສາກົນ ແລະ UNCLOS 1982, ສະໜັບສະໜູນການປະຕິບັດDOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຊຸກຍູ້ການເຈລະຈາສ້າງ COC ຢ່າງມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ ແລະ UNCLOS 1982.

 


top