ຂ່າວສານ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​​ນະ​ຄອນໃນ​ໂລກ 2022

ກອງປະຊຸມ WCS 2022 ມີການເຂົ້າຮ່ວມຂອງການນຳລັດຖະບານ, ບັນດາເຈົ້າຄອງນະຄອນ, ການນຳບັນດາແຂວງ, ນະຄອນ ປະເທດຕ່າງໆ, ພ້ອມກັບນັກຊ່ຽວຊານແຖວໜ້າໃນຂົງເຂດພັດທະນາຕົວເມືອງ ທີ່ມາຈາກທຸກແຖບຖິ່ນໃນທົ່ວໂລກ.
  ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ WCS 2022 (ພາບ: TTXVN)  

ໂດຍໄດ້ດຳເນີນໃນລະຫວ່າງວັນທີ 31 ກໍລະກົດ ຫາວັນທີ 3 ສິງຫາ ຢູ່ສູນກອງປະຊຸມ ແລະ ວາງສະແດງ ຢູ່ Marina Bay Sands ຂອງສິງກະໂປ, ກອງປະຊຸມສຸດຍອດບັນດານະຄອນໃນໂລກ (WCS) ຄັ້ງທີ 8 ໄດ້ກັບມາຈັດຕັ້ງຄືນ ຕາມແບບທາງໄກ ໃນປີນີ້. ຄະນະຜູ້ແທນ ຫວຽດນາມ ລວມມີການນຳ 9 ແຂວງ, ນະຄອນ ໄດ້ເຂົ້າຮ່ວມກອງປະຊຸມ.

ກອງປະຊຸມ WCS 2022 ມີການເຂົ້າຮ່ວມຂອງການນຳລັດຖະບານ, ບັນດາເຈົ້າຄອງນະຄອນ, ການນຳບັນດາແຂວງ, ນະຄອນ ປະເທດຕ່າງໆ, ພ້ອມກັບນັກຊ່ຽວຊານແຖວໜ້າໃນຂົງເຂດພັດທະນາຕົວເມືອງ ທີ່ມາຈາກທຸກແຖບຖິ່ນໃນທົ່ວໂລກ. ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “Liveable and Sustainable Cities: Emerging Stronger”. ກອງປະຊຸມ WCS 2022 ລວມມີ 2 ວາລະປະຊຸມຄົບຄະນະ ແລະ 5 ວາລະປະຊຸມປຶກສາຫາລືສຸມໃສ່ບັນດາຫົວຂໍ້: ການເງິນແບບຍືນຍົງ, ນະຄອນອັດສະລິຍະ, ພັດທະນາ ແລະ ວາງແຜນຜັງ, ຄວາມສາມາດໃນການຕ້ານຢັນຂອງຕົວເມືອງ ແລະ ນະຄອນອະນາຄົດທີ່ເປັນໜ້າດຳລົງຊີວິດ.

WCS ແມ່ນ ເວທີປາໄສໄດ້ຈັດຕັ້ງ 2 ປີເທື່ອໜຶ່ງ, ເຊິ່ງໄດ້ເລີ່ມຕົ້ນແຕ່ປີ 2008, ມາຮອດປັດຈຸບັນ ເຫດການໄດ້ດຶງດູດການເຂົ້າຮ່ວມຂອງນະຄອນ ກ່ວາ 250 ແຫ່ງ ໃນທົ່ວໂລກ ແລະ ໄດ້ບັນດາການນຳລັດຖະບານ, ວິສາຫະກິດ, ບັນດາອົງການຈັດຕັ້ງສາກົນ ແລະ ວົງການນັກຮຽນຮູ້ ໄດ້ໃຫ້ການສະໜັບສະໜູນ.


top