ຂ່າວສານ

ຫວຽດ​ນາມ​ຮ​ຽກ​ຮ້ອງ​ໃຫ້ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມຂອງ ສປຊ ເພື່ອແນໃສ່ສ້າງການພົວພັນຄູ່ຮ່ວມມືທົ່ວໂລກກ່ຽວກັບການຮັກສາສັນຕິພາບ, ຊຸກຍູ້ການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັ້ງໃນພາກພື້ນ, ໃນນັ້ນມີ ອາຊຽນ.
  ການປຶກສາຫາລືລວມໄຂກອງປະຊຸມປະຈຳປີ ຄັ້ງທີ 61 ຂອງ ຄະນະກຳມະການພິເສດກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ (ພາບ: TTXVN)  

ການປຶກສາຫາລືລວມໄຂກອງປະຊຸມປະຈຳປີ ຄັ້ງທີ 61 ຂອງ ຄະນະກຳມະການພິເສດກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ, ໄດ້ດຳເນີນໃນວັນທີ 21 ກຸມພາ. ເຂົ້າຮ່ວມມີທ່ານ Csaba Korosi ປະທານສະມັດຊາໃຫຍ່ ສປຊ ຊຸດທີ 77, ຜູ້ຕາງໜ້າບັນດາປະເທດສະມາຊິກ, ໃນນັ້ນມີ 152 ປະເທດໄດ້ສົ່ງກຳລັງເຂົ້າຮ່ວມຮັກສາສັນຕິພາບ ສປຊ, ພ້ອມກັບຫຼາຍອົງການຈັດຕັ້ງສາກົນ ແລະ ພາກພື້ນທີ່ກ່ຽວຂ້ອງ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຮຽກຮ້ອງໃຫ້ ສປຊ ມີບັນດາມາດຕະການຢ່າງທັນການ ເພື່ອແນໃສ່ຍົກສູງຄວາມສາມາດຮັບປະກັນຄວາມໝັ້ນຄົງ ແລະ ປອດໄພ ໃຫ້ແກ່ບັນດາກຳລັງຮັກສາສັນຕິພາບ ສປຊ. ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມຂອງ ສປຊ ເພື່ອແນໃສ່ສ້າງການພົວພັນຄູ່ຮ່ວມມືທົ່ວໂລກກ່ຽວກັບການຮັກສາສັນຕິພາບ, ຊຸກຍູ້ການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັ້ງໃນພາກພື້ນ, ໃນນັ້ນມີ ອາຊຽນ.


top