ຂ່າວສານ

ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ປະ​ທະ​ກັນ, ຊອກ​ຫາ​​ວິ​ທີ​ແກ​້​ໄຂ​ບັນ​ຫາ ຢູ​ແກຼນໂດຍ​ສັນ​ຕິ

ຫວຽດນາມ ຖືວ່າ ປະຊາຄົມສາກົນ ຄວນເພີ່ມທະວີການຮັກສາຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ປະຊາຊົນ, ຮັບປະກັນຄວາມຕ້ອງການໂດຍດ່ວນຂອງປະຊາຊົນທີ່ຖືກຜົນສະທ້ອນຈາກສົງຄາມ, ປົກປ້ອງ ແລະ ຮັກສາບັນດາຮາກຖານພົນລະເຮືອນ.
  ຫວຽດນາມຮຽກຮ້ອງໃຫ້ຢຸດຕິການປະທະກັນ, ຊອກຫາວິທີແກ້ໄຂບັນຫາ ຢູແກຼນໂດຍສັນຕິ  

ຕອນຄ່ຳວັນທີ 22 ກຸມພາ, ຢູ່ນິວຢອກ, ປະເທດ ອາເມລິກາ, ກ່າວຄຳເຫັນທີ່ກອງປະຊຸມດ່ວນຄັ້ງທີ 11 ຂອງ ສະມັດຊາໃຫຍ່ ສປຊ ປຶກສາຫາລືກ່ຽວກັບສະພາບການ ຢູແກຼນ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການປະທະກັນຢູ່ ຢູແກຼນໃນໜຶ່ງປີ ຜ່ານມາ, ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການປະຕິບັດກົດໝາຍສາກົນ, ກົດບັດ ສປຊ ແລະ ຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິສົງຄາມ, ຫຼີກລ້ຽງການກະທຳເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ, ເຊື່ອມຕໍ່ການໂອ້ລົມສົນທະນາ, ເຈລະຈາເພື່ອຊອກຫາວິທີແກ້ໄຂຄວາມບໍ່ລົງລອຍກັນ ໂດຍສັນຕິ, ຮອບດ້ານ, ສົມເຫດສົມຜົນ, ຍາວນານບົນພື້ນຖານສອດຄ່ອງ ກັບກົດໝາຍສາກົນ ແລະ ກົດບັດ ສປຊ.

ໄປຄຽງຄູ່ກັນນັ້ນ, ຫວຽດນາມ ຖືວ່າ ປະຊາຄົມສາກົນ ຄວນເພີ່ມທະວີການຮັກສາຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ປະຊາຊົນ, ຮັບປະກັນຄວາມຕ້ອງການໂດຍດ່ວນຂອງປະຊາຊົນທີ່ຖືກຜົນສະທ້ອນຈາກສົງຄາມ, ປົກປ້ອງ ແລະ ຮັກສາບັນດາຮາກຖານພົນລະເຮືອນ, ເປັນຕົ້ນແມ່ນພື້ນຖານໂຄງລ່າງທີ່ມີຄວາມຈຳເປັນຕໍ່ການດຳລົງຊີວິດຂອງປະຊາຊົນ.

 


top