ຂ່າວສານ

ຫວຽດ​ນາມ​ຢຶດ​ໝັ້ນ​ຫຼັກ​ການ​ແກ້​ໄຂ​ການ​ຂັດ​ແຍ່ງ​ໂດຍສັ​ນ​ຕິ​ວິ​ທີ

ວັນທີ 19 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງວາລະປຶກສາຫາລືເປີດກ່ຽວກັບ “ບົດບາດຂອງການໄກເກ່ຍໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ”, ໂດຍດຶງດູດໄດ້ຄວາມສົນໃຈອັນໃຫຍ່ຫຼວງ ດ້ວຍ ການປະກອບຄຳເຫັນ 62 ຄຳເຫັນຈາກບັນດາປະເທດສະມາຊິກ ສປຊ.

ທ່ານດັ້ງດິ່ງກຸຍເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດ

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ Antoni Guterres ເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ຕ້ອງສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບຄວາມຈິງ ແລະ ຮັບປະກັນສຽງເວົ້າຂອງບັນດາສະມາຊິກລ້ວນແຕ່ໄດ້ຮັບຟັງ, ແມ່ນບັນດາປັດໄຈສຳຄັນໃນວິວັດທະນາການໄກເກ່ຍ. ໃນຂະນະນັ້ນ, ບັນດາປະເທດສະມາຊິກຖືວ່າ ໃນວິວັດທະນາການນີ້, ບັນດາຫຼັກການເຄົາລົບເອກະລາດ, ອະທິປະໄຕ ແລະ ບໍ່ແຊກແຊງຕ້ອງໄດ້ຮັບປະກັນ, ບັນດາສາຍເຫດຕົ້ນຕໍພາເຖິງການປະທະກັນຕ້ອງໄດ້ຮັບການພິຈາລະນາຢ່າງຍຸດຕິທຳ

        ໂດຍຕາງໜ້າໃຫ້ຫວຽດນາມ, ທ່ານ ດັ້ງດິ່ງກຸຍ ຫົວໜ້າຄະນະຕາງໜ້າຫວຽດນາມປະຈຳ ສປຊ, ຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນຫຼັກການທີ່ວ່າ ແກ້ໄຂບັນດາການຂັດແຍ່ງໂດຍສັນຕິວິທີ, ຖືວ່າ ໜຶ່ງໃນບັນດາສາຍເຫດທີ່ພາໃຫ້ເກີດການປະທະກັນ ຊ້ຳໄປຊ້ຳມາ ແລະ ແກ່ຍາວແມ່ນການໄກເກ່ຍ, ປ່ອງດອງຊາດຍັງບໍ່ມີປະສິດທິຜົນ ແລະ ຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ເທົ່າທີ່ຄວນ. ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັ້ກວ່າ ໃນວິທິທະນາການໄກເກ່ຍ, ປະເທດທີ່ມີສ່ວນກ່ຽວຂ້ອງເຖິງການປະທະກັນໂດຍກົງຕ້ອງແມ່ນປັດໄຈຕັດສິນຊີ້ຂາດ.

 (ແຫຼ່ງຄັດຈາກ VOV)


top