ຂ່າວສານ

ຫວຽດ​ນາມ​ຢັ້ງ​ຢືນ​ບົດ​ບາດ​ຂອງ RCEP ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ ອາ​ຊີ

ວັນທີ 22 ມິຖຸນາ, ອົງການໃຫ້ຄຳປຶກສາ Asia House (ອັງກິດ) ແລະ ໂຮງຮຽນດຳເນີນທຸລະກິດ CKGSB (ຈີນ) ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາແບບທາງໄກ “ບົດບາດຂອງ ສັນຍາ ຄູ່ຮ່ວມມືດ້ານເສດຖະກິດ ຮອບດ້ານໃນພາກພື້ນ (RCEP) ໃນການຊຸກຍູ້ເສດຖະກິດດີຈີຕອນຢູ່ ອາຊີ”.
  ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄງ (ພາບ: TTXVN)  

ເຂົ້າຮ່ວມ ແລະ ມີບົດກ່າວປາໄສຢູ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄງ ໄດ້ຕີລາຄາສູງບົດບາດຂອງ RCEP ຕໍ່ພື້ນຖານເສດຖະກິດ ດີຈີຕອນ ອາຊີເວົ້າລວມ ແລະ ອາຊຽນເວົ້າສະເພາະ, ທ່ານກໍ່ຢັ້ງຢືນວ່າ RCEP ແມ່ນ ສັນຍາ FTA ຮອບດ້ານທີ່ສຸດເຊິ່ງ ອາຊຽນໄດ້ລົງນາມ, ພ້ອມທັງແມ່ນ ສັນຍາ FTA ທຳອິດ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືຢູ່ນອກກຸ່ມ.

ຕາມທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ການປະຕິບັດຄຳໝັ້ນສັນຍາ ກ່ຽວກັບການຄ້າເອເລັກໂຕນິກ ຕາມ RCEP ຈະຊ່ວຍຊຸກຍູ້ການຄ້າສິນຄ້າ ແລະ ການບໍລິການໃນພາກພື້ນ, ພ້ອມກັນນັ້ນ, ການປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການຄ້າເອເລັກໂຕນິກ ໃນ RCEP ຈະຊ່ວຍສ້າງຂອບເຂດການຄ້າເອເລັກໂຕນິກຂະໜາດໃຫຍ່ ໂດຍອີງໃສ່ບັນດາມາດຖານ ເຊິ່ງສາກົນໄດ້ຮັບຮູ້ ດ້ວຍການເຂົ້າຮ່ວມຂອງບັນດາພື້ນຖານເສດຖະກິດໃຫຍ່ທີ່ມີພື້ນຖານການຄ້າເອເລັກໂຕນິກພັດທະນາ. ສິ່ງນີ້ຈະສ້າງເງື່ອນໄຂພັດທະນາການເຊື່ອມຕໍ່ດີຈີຕອນໃນວົງກວ້າງຢູ່ພາກພື້ນ ອາຊີ, ໜູນຊ່ວຍການພັດທະນາການຄ້າ ແລະ ເສດຖະກິດ, ຊຸກຍູ້ວິວັດການຫັນເປັນດີຈີຕອນ. ກົງກັນຂ້າມ, ການຄ້າເອເລັກໂຕນິກ ພັດທະນາຈະສ້າງພື້ນຖານໂຄງລ່າງໃໝ່ທີ່ດີກ່ວາ, ຊ່ວຍຊຸກຍູ້ການຄ້າ ແລະ ການລົງທຶນ, ປັບປຸງການເຊື່ອມຕໍ່ໃນພາກພື້ນ.


top