ຂ່າວສານ

ຫວຽດ​ນາມ​ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍສະ​ໜັບສະ​ໜູນມາດ​ຕະ​ການ​ການ 2 ລັດໃຫ້​ແກ່ປາ​ແລັດ​ສະ​ຕິນ - ອິດ​​​ສະລາ​ແອັນ

ວັນທີ 23 ເມສາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍປຶກສາຫາລືກ່ຽວກັບສະພາບການຕາເວັນອອກກາງ, ລວມມີບັນຫາປາແລັດສະຕິນໃນໄລຍະມໍ່ໆມານີ້.

 (ພາບປະກອບ:  TTXVN)

  ກ່າວຄຳເຫັນທີ່ກອງປະຊຸມ, ຫຼາຍປະເທດລ້ວນແຕ່ສະແດງຄວາມວິຕົກກັງວົນກ່ຽວກັບຜົນກະທົບທີ່ຮ້າຍແຮງຂອງໂລກລະບາດ Covid – 19 ສຳລັບຊາວປາແລັດສະຕິນ, ເນັ້ນໜັກເຖິງບຸລິມະສິດແຖວໜ້າໃນປັດຈຸບັນຂອງປະຊາຄົມສາກົນແລະບັນດາຝ່າຍທີ່ກ່ຽວຂ້ອງແມ່ນຄວນຮ່ວມແຮງຮ່ວມໃຈກັນມານະພະຍາຍາມຮັບມືກັບໂລກລະບາດ, ຫຼີກລ້ຽງບັນດາການກະທຳຝ່າຍດຽວ, ການໃຊ້ຄວາມຮຸນແຮງ. ບັນດາປະເທດຢັ້ງຢືນວ່າຕ້ອງເຊື່ອມຕໍ່ການເຈລະຈາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງໂດຍໄວເພື່ອແນໃສ່ຊອກຫາມາດຕະການຍາວນານ, ຮອບດ້ານ, ໂດຍອີງໃສ່ຕຳລາສອງລັດປາແລັດສະຕິນ - ອິດສະລາແອັນພ້ອມກັນຄົງຕົວຢ່າງມີສັນຕິພາບ, ສອດຄ່ອງກັບບັນດາມະຕິທີ່ກ່ຽວຂ້ອງຂອງສປຊ.

        ທ່ານດັ້ງດິ່ງກຸ໊ຍເອກອັກຄະລັດຖະທູດຫົວໜ້າຄະນະປະຕິບັດງານຫວຽດນາມປະຈຳສປຊ, ໄດ້ແບ່ງປັນບັນດາຄຳເຫັນຂອງບັນດາປະເທດສະມາຊິກສະພາຄວາມໝັ້ນຄົງສປຊ, ສະແດງຄວາມວິຕົກກັງວົນກ່ຽວກັບບັນດາເຫດແຕະຕ້ອງກັນລະຫວ່າງອິດສະລາແອັນ ແລະປາແລັດສະຕິນແລະສະແດງຄວາມຊົມເຊີຍຕໍ່ເລື່ອງສອງຝ່າຍໄດ້ມີການປະສານງານ, ຮ່ວມມືນຳກັນ, ນັບທັງການແລກປ່ຽນລະຫວ່າງປະທານາທິບໍດີສອງທ່ານ, ເພື່ອແນໃສ່ຮັບມືກັບໂລກລະບາດ Covid – 19 ຢ່າງມີປະສິດທິຜົນ, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີການໜູນຊ່ວຍໃຫ້ແກ່ຊາວປາແລັດສະຕິນແລະບັນດາຄວາມມານະພະຍາຍາມຂອງສປຊ.

 (ແຫຼ່ງຄັດຈາກ VOV)


top