ຂ່າວສານ

ຫວຽດ​ນາມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ເໜີ​ຂໍຄຳ​ເຫັນຈາກ​ສານ​ຍຸ​ຕິ​ທຳ​ສາ​ກົນ ກ່ຽວ​ກັບ​ບັນ​ຫາ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ຜູ້ຕາງໜ້າ ຫວຽດນາມ ພ້ອມກັບບັນດາປະເທດເຂົ້າຮ່ວມວາລະປະຊຸມລວ້ນແຕ່ຢັ້ງຢືນບົດບາດສຳຄັນຂອງສານຍຸຕິທຳສາກົນ ໃນການແກ້ໄຂບັນດາການຂັດແຍ້ງສາກົນໂດຍສັນຕິວິທີ.
   ທ່ານເອກອັກຄະລັກຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ  

ວັນທີ 27 ຕຸລາ ທ່ານເອກອັກຄະລັກຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໃນຖານະເປັນຮອງປະທານສະມັດຊາໃຫຍ່ ສປຊໄດ້ເຂົ້າຮ່ວມການບໍລິຫານວາລະປະຊຸມຄົບຄະນະຂອງສະມັດຊາໃຫຍ່ ສປຊ ຊຸດທີ 77 ເພື່ອປຶກສາຫາລືກ່ຽວກັບການເຄື່ອນໄຫວຂອງສານຍຸຕິທຳສາກົນ. ຜູ້ຕາງໜ້າ ຫວຽດນາມ ພ້ອມກັບບັນດາປະເທດເຂົ້າຮ່ວມວາລະປະຊຸມລວ້ນແຕ່ຢັ້ງຢືນບົດບາດສຳຄັນຂອງສານຍຸຕິທຳສາກົນ ໃນການແກ້ໄຂບັນດາການຂັດແຍ້ງສາກົນໂດຍສັນຕິວິທີ. ຜ່ານນັ້ນ, ສານຍຸຕິທຳສາກົນ ໄດ້ ແລະ ພວມ ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການປະຕິບັດຕາມກົດບັດ ສປຊ ແລະ ກົດໝາຍສາກົນ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ, ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນໂລກ. ທີ່ວາລະປະຊຸມຄັ້ງນີ້, ຫວຽດນາມ ພ້ອມກັບ Vanuatu ແລະ ບາງປະເທດຫຼັກແຫຼ່ງໄດ້ແນະນຳຂໍ້ລິເລີ່ມກ່ຽວກັບການຂໍຄຳເຫັນປຶກສາຈາກສານຍຸຕິທຳສາກົນ ກ່ຽວກັບພັນທະຂອງບັນດາປະເທດໃນບັນຫາການປ່ຽນແປງຂອງດິນຟ້າອາກາດ. ຜູ້ຕາງໜ້າ ຫວຽດນາມ ຢັ້ງຢືນຄວາມຫວັງຢາກຮ່ວມມືກັບບັນດາສະມາຊິກຕ່າງໆຂອງກຸ່ມຫຼັກແຫຼ່ງ ແລະ ທຸກປະເທດສະມາຊິກຂອງ ສປຊ ຢ່າງແໜ້ນແຟ້ນ ໃນວິວັດການຊຸກຍູ້ຮ່າງມະຕິໃກ້ຈະມາເຖິງນີ້. ຢູ່ວາລະປະຊຸມຂອງ ສະມັດຊາໃຫຍ່, ບັນດາປະເທດເຂົ້າຮ່ວມກຸ່ມຫຼັກແຫຼ່ງໄດ້ກ່າວຄຳເຫັນ, ຍົກສູງຂໍ້ລິເລີ່ມລວມນີ້ ໂດຍຢັ້ງຢືນວ່ານີ້ແມ່ນການປະກອບສ່ວນທີ່ຕັ້ງໜ້າຕໍ່ຄວາມມານະພະຍາຍາມຂອງປະຊາຄົມສາກົນ ໃນບັນຫາທີ່ພວມໄດ້ຮັບຄວາມສົນໃຈໃນປັດຈຸບັນ.


top