ຂ່າວສານ

ຫວຽດ​ນາມ​ຍາມ​ໃດ​ກໍ່​ຖື​ຍີ່​ປຸ່ນ ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສຳ​ຄັນ​ແຖວ​ໜ້າ

ສ່ວນທ່ານ Suzuki Shunichi ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮັບຊາບກ່ຽວກັບໝາກຜົນຂອງການເຮັດວຽກລະຫວ່າງ ທ່ານ ກັບ ທ່ານ ໂຮດຶກເຟິກ ລັດຖະມົນຕີກະຊວງການເງິນ ຫວຽດນາມ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການເງິນ ຍີ່ປຸ່ນ Suzuki Shunichi (ພາບ:TTXVN )  

ຕອນບ່າຍວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງການເງິນ ຍີ່ປຸ່ນ Suzuki Shunichi ພວມຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືຍີ່ປຸ່ນແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ, ຍາວນານ; ສະໜັບສະໜູນ ຍີ່ປຸ່ນປະກອບສ່ວນຕັ້ງໜ້າເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໂລກ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ສືບຕໍ່ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຍີ່ປຸ່ນກ່ຽວກັບການຜະລິດ, ດຳເນີນທຸລະກິດຢ່າງສະດວກ, ມີປະສິດທິຜົນຢູ່ ຫວຽດນາມ.

ສ່ວນທ່ານ Suzuki Shunichi ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮັບຊາບກ່ຽວກັບໝາກຜົນຂອງການເຮັດວຽກລະຫວ່າງ ທ່ານ ກັບ ທ່ານ ໂຮດຶກເຟິກ ລັດຖະມົນຕີກະຊວງການເງິນ ຫວຽດນາມ, ຕາມນັ້ນແລ້ວ ສອງຝ່າຍໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນ, ພິເສດແມ່ນສືບຕໍ່ຊຸກຍູ້ການຮ່ວມມືໃນການພັດທະນາພື້ນຖານໂຄງລ່າງ. ສຳລັບຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ, ທ່ານລັດຖະມົນຕີ Suzuki Shunichi ໃຫ້ຮູ້ວ່າ, ນີ້ລ້ວນແຕ່ແມ່ນບັນຫາທີ່ມີຄວາມຫຼາຍທີ່ສຸດ, ຝ່າຍຍີ່ປຸ່ນ ພວມຕັ້ງໜ້າຄົ້ນຄ້ວາ ແລະ ສົມທົບກັບບັນດາອົງການທີກ່ຽວຂ້ອງຂອງຫວຽດນາມ ຢ່າງຕັ້ງໜ້າເພື່ອຍົກອອກວິທີການດີທີ່ສຸດໂດຍໄວ.

 


top