ຂ່າວສານ

ຫວຽດ​ນາມ​ຄ້​ວາ​ໄດ້ ຫຼຽນ​ຄຳ 4 ຫຼຽ​ນ ທີ່​ການ​ສອບ​ເສັງ Olympic ເຄ​ມີ​ສາດ​ສາ​ກົນ 2025

ໃນຕາຕະລາງຈັດອັນດັບຫຼຽນ, ຄະນະຫວຽດນາມ ໄດ້ຈັດຢູ່ອັນດັບທຽບເທົ່າກັບຄະນະຈີນ ແລະ ອາເມລິກາ ກ່ຽວກັບຈຳນວນຫຼຽນຄຳ.
ຫວຽດນາມຄ້ວາໄດ້ ຫຼຽນຄຳ 4 ຫຼຽນ ທີ່ການສອບເສັງ Olympic ເຄມີສາດສາກົນ 2025 (ພາບ: TTXVN)
ວັນທີ 14 ກໍລະກົດ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມໃຫ້ຮູ້ວ່າທິມຊາດ ຫວຽດນາມ ຍາດໄດ້ ຫຼຽນຄຳ 4 ຫຼຽນ, ໃນນັ້ນມີ 2 ຫຼຽນນອນໃນ Top 10 ຢູ່ການສອບເສັງ Olympic ເຄມີສາດສາກົນ(ICHO)  2025. ນີ້ກໍ່ແມ່ນຄັ້ງທຳອິດໃນປະຫວັດສາດທີ່ ຫວຽດນາມຄວ້າໄດ້ ຫຼຽນຄຳ 4 ຫຼຽນໃນການເສັງ ICHO ທີ່ໄດ້ຈັດຂຶ້ນແບບເຊິ່ງໜ້າ. ໃນຕາຕະລາງຈັດອັນດັບຫຼຽນ, ຄະນະຫວຽດນາມ ໄດ້ຈັດຢູ່ອັນດັບທຽບເທົ່າກັບຄະນະຈີນ ແລະ ອາເມລິກາ ກ່ຽວກັບຈຳນວນຫຼຽນຄຳ. ດ້ວຍຍອດຈຳນວນຜູ້ເຂົ້າຮ່ວມການເສັງ 24 ຄົນແຕ່ປີ 2020 – 2025, ຄະນະຫວຽດນາມ ຍາດໄດ້ 24/24 ຫຼຽນ, ໃນນັ້ນມີ ຫຼຽນຄຳ 21 ຫຼຽນ ແລະ ຫຼຽນເງິນ 3 ຫຼຽນ.

top