ຂ່າວສານ

ຫວຽດ​ນາມໃຫ້​ບູ​ລິ​ມະ​ສິດ​ສູງ​ສຸດ​ແກ່​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ​ຢູ່ ຢູ​ແກຼນ

ຕອນບ່າຍວັນທີ 6 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຮັບຟັງກະຊວງການຕ່າງປະເທດ ແລະ ບັນດາອົງການທີ່ມີໜ້າທີຮັບຜິດຊອບລາຍງານກ່ຽວກັບວຽກງານປົກປ້ອງພົນລະເມືອງ ຫວຽດນາມ ຢູ່ຢູແກຼນ.

ຕອນບ່າຍວັນທີ 6 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຮັບຟັງກະຊວງການຕ່າງປະເທດ ແລະ ບັນດາອົງການທີ່ມີໜ້າທີຮັບຜິດຊອບລາຍງານກ່ຽວກັບວຽກງານປົກປ້ອງພົນລະເມືອງ ຫວຽດນາມ ຢູ່ຢູແກຼນ.

    

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: vov.vn)

ທ່ານ ຫງວຽນຮົ່ງແທກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຢູແກຼນ ໄດ້ລາຍງານກ່ຽວກັບສະພາບການປົກປ້ອງພົນລະເມືອງຢູ່ຢູແກຼນແບບທາງໄກ. ສະຖານທູດ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງໜູນຊ່ວຍ, ຍົກຍ້າຍພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຢູແກນໝົດທຸກຄົນ ທີ່ມີຄວາມຫວັງຫລົບໄພອອກຈາກເຂດສູ້ຮົບດັ່ງກ່າວ.

ພາຍຫຼັງຮັບຟັງການລາຍງານ, ທ່ານປະທານປະເທດ ຮຽກຮ້ອງໃຫ້ສະຖານທູດ ຫວຽດນາມ ປະຈຳ ຢູແກຼນມີຄວາມຮັບຜິດຊອບສູງສຸດໃນວຽກງານປົກປ້ອງຊີວິດອິນຊີ ແລະ ຊັບສິນຂອງພົນລະເມືອງ ຫວຽດນາມ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

ຈິດໃຈຊີ້ນຳຂອງພັກ, ລັດ, ຄະນະປະຈຳຄະນະເລຂາສູນກາງພັກ ແມ່ນບໍ່ປະໃຫ້ປະຊາຊົນຫວຽດນາມຢູ່ເຂດສູຮົບຖືກເສຍຊີວິດ ແລະ ຮັບບາດເຈັບ. ເພາະສະນັ້ນ, ວຽກງານປົກປ້ອງພົນລະເມືອງຕ້ອງໄດ້ຮັບຄວາມເອົາ ໃຈໃສ່ເປັນພິເສດ. ພ້ອມກັນນັ້ນ ໃນໄລຍະຍົກຍ້າຍ, ຜູ້ຫລົບໄພແມ່ນບໍ່ປະໃຫ້ປະຊາຊົນຖືກອຶດຫິວ. ກະຊວງການຕ່າງປະເທດ ເປັນເຈົ້າການສົມທົບກັບບັນດາກະຊວງ, ຂະແໜງການປະຕິບັດການຊີ້ນຳຂອງລັດຖະບານ ແລະ ນາຍົກລັດຖະມົນຕີ, ມີວິທີການຜັນຂະຫຍາຍຢ່າງລະອຽດໃນວຽກງານປົກປ້ອງພົນລະເມືອງ, ສຳຄັນທີ່ສຸດແມ່ນນຳພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຢູແກຼນ ອອກຈາກເຂດສູ້ຮົບຢ່າງປອດໄພ.

ລັດຖະບານໄດ້ແຕ່ງຕັ້ງກຸ່ມປະຕິບັດງານພິເສດ ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງສະພາບການຢູແກຼນ ໂດຍທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິງ ເປັນຫົວໜ້າ. ປັດຈຸບັນ, ຢູ່ຢູແກຼນ ມີຊາວຫວຽດນາມ 7000 ຄົນ. ມາຮອດປັດຈຸບັນ, ຊາວຫວຽດນາມ ກ່ວາ 400 ຄົນ ໄດ້ຍົກຍ້າຍໄປຍັງຣູມານີ ແລະ ຊາວຫວຽດນາມ 1000 ຄົນ ຍົກຍາຍໄປຍັງ ໂປໂລຍ ຈາກຢູແກຼນ ດ້ວຍຈຸດປະສົງຢາກກັບເມືອປະເທດ.

(ແຫຼ່ງຄັດຈາກ VOV)


top