ຂ່າວສານ

ຫວຽດ​ນາມນອ​ນ​ໃນ​ກຸ່ມ​ປະ​ເທດ​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ​ຢູ່​ອາ​ຊີ ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ Covid - 19

      ໃນເວັບໄຊ Eastasiaforum.org ຂອງສິງກະໂປ ສະບັບອອກໃນວັນທີ 28 ພຶດສະພາໄດ້ ລົງບົດຂຽນຕີລາຄາວ່າ ຫວຽດນາມແມ່ນໜຶ່ງໃນບັນດາປະເທດປະສົບຜົນສຳເລັດທີ່ສຸດຢູ່ອາຊີ ໃນການຄວບຄຸມການແຜ່ລະບາດຂອງເຊື້ອ SARS – CoV – 2.

ການຂ້າເຊື້ອຢູ່ເຄື່ອງຂອງຕ່າງໆ ຂອງພົນລະເມືອງຫວຽດນາມທີ່ກັບຄືນມາຈາກຕ່າງປະເທດ
(ພາບ: TTXVN)
      ຕາມບົດຂຽນ, ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມເປີດເຜີຍ,ໂປ່ງໄສ ຢ່າງສູງໃນການຮັບມືກັບວິກິດການໂລກລະບາດ. ບົດຂຽນຍັງຢັ້ງຢືນວ່າ ການນຳພາຢ່າງມີປະສິດທິຜົນຂອງພັກກອມມູນິດຫວຽດນາມ ໃນໄລຍະເກີດໂລກລະບາດ Covid – 19 ໄດ້ເຮັດໃຫ້ຊື່ສຽງຂອງຫວຽດນາມຢູ່ເວທີສາກົນເພີ່ມຂຶ້ນ. ດ້ວຍກຳລັງຄວາມສາມາດທີ່ພົ້ນເດັ່ນໃນການຮັບມືກັບໂລກລະບາດ, ເນື້ອໃນຈິດໃຈຮ່ວມມືກັນ ແລະ ລັກສະນະເປີດເຜີຍ, ໂປ່ງໄສ, ແນ່ນອນວ່າ ຫວຽດນາມຈະໄດ້ຮັບການສະໜັບສະໜູນ ຈາກສາກົນຫຼາຍກ່ວາອີກໃນອະນາຄົດ.
        ບົດຂຽນກໍ່ຖືວ່າຜົນສຳເລັດຂອງຫວຽດນາມໃນການຄວບຄຸມໂລກລະບາດນັ້ນ ຈະຊ່ວຍໃຫ້ຫວຽດນາມແມ່ນ ສະຖານທີ່ທີ່ເຕັມໄປດ້ວຍຄວາມໝັ້ນໝາຍໃຫ້ແກ່ບັນດາບໍລິສັດອາເມລິກາກາ ຫຼ ືເອີລົບເຂົ້າມາລົງທຶນຢູ່ຫວຽດນາມ ໃນໄລຍະຫຼັງ Covid – 19.
 (ແຫຼ່ງຄັດຈາກ VOV)


top