ຂ່າວສານ

ຫວຽດ​ນາມຍ​ູ້​ໄວ​ຄ​ວາ​ມ​ຄືບ​ໜ້າ​ໃນ​ການ​ປ່ອຍ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ການຮັບປະ​ກັນ​ຊີ​ວິດ​ສັງ​ຄົມ​ໄລ​ຍະຫຼັງ ໂລກ​ລະ​ບາດ Covid – 19

ຕອນບ່າຍວັນທີ 20 ພຶດສະພາ, ຢູ່ນະຄອນບວນມາທັວດ, ຄະນະປະຕິບັດງານຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໂດຍທ່ານ ຫວູຈ້ອງບິ່ງ, ຫົວໜ້າກົມວຽກເຮັດງານທຳ, ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ນຳໜ້າ ໄດ້ມີການເຮັດວຽກກັບຄະນະກຳມະການປະຊາຊົນ ແຂວງດັກລັກ ກ່ຽວກັບຄວາມຄືບໜ້າໃນການປະຕິບັດມະຕິຂອງລັດຖະບານກ່ຽວກັບການໜູນຊ່ວຍບັນດາເປົ້າໝາຍທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ Covid – 19.


ທ່ານ ຫວູຈ້ອງບິ່ງ, ຫົວໜ້າກົມວຽກເຮັດງານທຳ, ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ 

(ພາບ: TTXVN)


ທີ່ການເຮັດວຽກ, ທ່ານຫວູຈ້ອງບິ່ງໃຫ້ຮູ້ວ່າ: ບ້ວງເງິນໜູນຊ່ວຍກູ້ຢືມຂອງລັດຖະບານແມ່ນນຳໃຊ້ເພື່ອໜູນຊ່ວຍໃຫ້ເປົ້າໝາຍທີ່ມີລາຍຮັບຫຼຸດລົງຫຼາຍ ຍ້ອນຜົນສະທ້ອນຈາກ Covid – 19 ດັ່ງນັ້ນ, ທາງແຂວງດັກລັກຄວນຍູ້ໄວຄວາມຄືບໜ້າໃນການປ່ອຍບ້ວງເງິນຊ່ວຍເຫຼືອເພື່ອຮັບປະກັນວ່າ ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກຈະໄດ້ຮັບເງິນຈາກບ້ວງເງິນຊ່ວຍເຫຼືອໄດ້ຢ່າງທັນການ. ທ່ານກ່າວວ່າ:

ເພື່ອຍູ້ໄວຄວາມຄືບໜ້ານັ້ນ ຕ້ອງຊາບຊຶມຢ່າງຈະແຈ້ງບົດບາດຂອງຂັ້ນຕາແສງ, ພິເສດແມ່ນແນວໂຮມປະເທດຊາດຕ້ອງດຳເນີນການພິຈາລະນາອະນຸມັດກໍ່ຄືຕິດປະກາດຢ່າງເປີດເຜີຍ ແລະ ຢູ່ຂັ້ນເມືອງ, ຂັ້ນແຂວງ ຕ້ອງອະນຸມັດຜ່ານໂດຍໄວ. ວິທີການດີທີ່ສຸດ ແລະ ຖືກຕ້ອງທີ່ສຸດເພື່ປັດເຂ່ຍບັນດາເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດໂດຍບໍ່ຖືກຕ້ອງ ອອກ ຂັ້ນຮາກຖານ, ຕາແສງ, ບ້ານຕ້ອງດຳເນີນການກວດກາຄືນໃໝ່ ແລະ ພິຈາລະນາອະນຸມັດຢ່າງເປີດເຜີຍ.

(ແຫຼ່ງຄັດຈາກ VOV)


top