ຂ່າວສານ

ຫວຽດ​ນາມ ໄດ້​ຮ​ັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບາ​ນ ສົນ​ທິ​ສັນ​ຍາ UNESCO ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ

ວັນທີ 06 ມິຖຸນາ, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ຄັ້ງທີ 9 ຂອງບັນດາປະເທດສະມາຊິກ ສົນທິສັນຍາອະນຸລັກຮັກສາວັດທະນະທຳບໍ່ເປັນວັດຖຸ (ສົນທິສັນຍາ 2003), ຢູ່ ປາຣີ, ປະເທດ ຝລັ່ງ, ຫວຽດນາມ ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກຂອງ ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ ອາຍຸການ 2022 – 2026 ດ້ວຍຈຳນວນບັດສະໜັບສະໜູນສູງ, ນັ້ນແມ່ນ 120 ບັດ.
  ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 9 ຂອງບັນດາປະເທດສະມາຊິກ ສົນທິສັນຍາອະນຸລັກຮັກສາວັດທະນະທຳບໍ່ເປັນວັດຖຸ (ພາບ: nhandan.vn)  

 ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ ປີ 2003 ລວມມີສະມາຊິກ 24 ປະເທດ, ເຊິ່ງເປັນອົງການບໍລິຫານທີ່ສຳຄັນຂອງ UNESCO ກ່ຽວກັບການອະນຸລັກຮັກສາວັດທະນະທຳບໍ່ເປັນວັດຖຸ, ຮັບຜິດຊອບໃນການຕິດຕາມກວດກາການປະຕິບັດສົນທິສັນຍາ, ສະເໜີບັນດາມາດຕະການ ອະນຸລັກຮັກສາມໍລະດົກ ວັດທະນະທຳ, ໜູນຊ່ວຍສາກົນ, ພິຈາລະນາບັນດາເອກະສານທີ່ຍື່ນສະເໜີຈົດຊື່ເຂົ້າເປັນມໍລະດົກ ເພື່ອໃຫ້ສະມັດຊາໃຫຍ່ ສົນທິສັນຍາຮັບຮອງເອົາ. ໃນທັງໝົດ 12 ປະເທດທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກປ່ຽນແທນໃຫ້ແກ່ອາຍຸການ 2022 – 2026, ມີ 4 ປະເທດ ຢູ່ພາກພື້ນ ອາຊີ - ປາຊີຟິກ ລວມມີ ຫວຽດນາມ, ມາເລເຊຍ, ອິນເດຍ ແລະ ບັງກະລາເທດ.

ດ້ວຍຖານະເປັນສະມາຊິກຄະນະກຳມະການດັ່ງກ່າວໃນອາຍຸການ 2022 – 2026, ຫວຽດນາມ ຈະມີເງື່ອນໄຂສະດວກເພື່ອປະກອບສ່ວນຫຼາຍກວ່າອີກເຂົ້າໃນຜົນສຳເລັດ, ປະຕິບັດບັນດາເປົ້າໝາຍ ແລະ ບຸລິມະສິດຂອງສົນທິສັນຍາ 2003, ຍົກລະດັບຄວາມສຳຄັນຂອງມໍລະດົກວັດທະນະທຳບໍ່ເປັນວັດຖຸຂຶ້ນຕື່ມ.


top