ຂ່າວສານ

ຫວຽດ​ນາມ ໃຫ​້​ຄຳ​ໝັ້ນ​ສັນ​ຍາ ຈະມີ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ຮອບ​ດ້ານ

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ອາເມລິກາ Joe Biden, ຕອນຄ່ຳວັນທີ 23 ເມສາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນກ່ຽວກັບຫົວຂໍ້ “ບັນດາຜົນປະໂຫຍດເສດຖະກິດຂອງການກະທຳເພື່ອດິນຟ້າອາກາດ” ໃນກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ ທີ່ຖືກຈັດຂຶ້ນຕາມຮູບການທາງອອນລາຍໃນວັນທີ 22 ແລະ 23 ເມສາ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: baoquocte.vn)

ນະທີ່ນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ: ໂດຍເປັນປະເທດທີ່ຖືກຜົນກະທົບຢ່າງແຮງຈາກການປ່ຽນແປງຂອງດິນຟ້າອາກາດ, ໂດຍສະເພາະແມ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະມີການກະທຳຢ່າງຂ້ຽວຂາດເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຮອບດ້ານ. ທ່ານເນັ້ນໜັກວ່າ:

        “ພ້ອມກັບການນຳໜ້າໃນບັນດາຄຳໝັ້ນສັນຍາຢ່າງແຮງກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ, ບັນດາປະເທດພັດທະນາຄວນເພີ່ມທະວີການໜູນຊ່ວຍໃຫ້ບັນດາປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ, ກ່ຽວກັບດ້ານການເງິນ, ພັດທະນາເຕັກໂນໂລຢີໃໝ່, ພະລັງງານຂຽວ, ສ້າງພື້ນຖານໂຄງລ່າງໃຫ້ມີປະສິດທິຜົນ. ການປະຕິບັດບັນດາເປົ້າໝາຍກ່ຽວກັບດິນຟ້າອາກາດ ຕ້ອງສອດຄ່ອງກັບເງື່ອນໄຂຂອງແຕ່ລະປະເທດ ແລະ ຕ້ອງສົມທົບກັບຍຸດທະສາດ, ແຜນການພັດທະນາຂອງຊາດ. ກ່ອນອື່ນໝົດ, ແຕ່ລະປະເທດ ຕ້ອງມານະພະຍາຍາມດ້ວຍຕົນເອງ ແລະ ນຳໃຊ້ແຫຼ່ງເງິນໜູນຊ່ວຍຈາກສາກົນໃຫ້ມີປະສິດທິຜົນ”.

        ໃນສອງວັນດຳເນີນກອງປະຊຸມ, ການນຳຂັ້ນສູງຂອງ 41 ປະເທດ ແລະ ທ່ານເລຂາທິການໃຫຍ່ ສປຊ ໄດ້ກ່າວຄຳເຫັນ, ໃນນັ້ນ ລ້ວນແຕ່ເນັ້ນໜັກວ່າ ການປ່ຽນແປງຂອງດິນຟ້າອາກາດ ແມ່ນສິ່ງທ້າທາຍໃຫຍ່ທີ່ສຸດຂອງມະນຸດ ແລະ ສະແດງຄວາມຕັດສິນໃຈຊຸກຍູ້ບັນດາຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. 

(ແຫຼ່ງຄັດຈາກ VOV)


top