ຂ່າວສານ

ຫວຽດ​ນາມ ໃຫ້​ບຸ​ລິ​ມະ​ສິດ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ

ເລື່ອງ ຫວຽດນາມ ຮັກສາສິດທິມະນຸດໃນທຸກແງ່ມູມ ຍັງແມ່ນປັດໄຈສຳຄັນທີ່ສຸດ ເພື່ອສືບຕໍ່ບັນລຸຜົນສຳເລັດໃນການພັດທະນາຂອງປະເທດຊາດ. ໃນບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ເມື່ອໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາສິດທິມະນຸດ, ສິ່ງທີ່ໜ້າສົ່ງເສີມນັ້ນແມ່ນ ຫວຽດນາມ ໄດ້ໃຫ້ບຸລິມະສິດປະຕິບັດບັນດາຄຳໝັ້ນສັນຍາ ແລະ ພັນທະຂອງຕົນຕາມສົນທິສັນຍາສາກົນກ່ຽວກັບສິດທິມະນຸດ. ສິ່ງດັ່ງກ່າວ ໂດຍທ່ານນາງ Pauline Tamesis, ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ໄດ້ເນັ້ນໜັກໃນບົດຂຽນ ທີ່ມີຫົວຂໍ້ “ກຽດສັກສີ, ເສລີພາບ ແລະ ຍຸຕິທຳໃຫ້ໝົດທຸກຄົນ” ເນື່ອງໃນໂອກາດວັນສິດທິມະນຸດສາກົນ (10/12). ທ່ານນາງ Pauline Tamesis ແບ່ງປັນວ່າ: ໃນການຢ້ຽມຢາມ ຫວຽດນາມ ຫວ່າງມໍ່ໆມານີ້, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຢັ້ງຢືນເລື່ອງ ຫວຽດນາມ ຮັກສາສິດທິມະນຸດໃນທຸກແງ່ມູມ ຍັງແມ່ນປັດໄຈສຳຄັນທີ່ສຸດ ເພື່ອສືບຕໍ່ບັນລຸຜົນສຳເລັດໃນການພັດທະນາຂອງປະເທດຊາດ. ທ່ານນາງ ກໍຊີ້ແຈ້ງວ່າ ສປຊ, ໃນຖານະເປັນຄູ່ຮ່ວມມື 45 ປີ ຂອງ ຫວຽດນາມ ມາກວ່າ 45 ປີ, ຈະສືບຕໍ່ຮ່ວມມືກັບລັດຖະບານ ຫວຽດນາມ, ບັນດາຄູ່ຮ່ວມມືພັດທະນາ ແລະ ບັນດາກຳລັງໃນສັງຄົມ ຢ່າງແໜ້ນແຟ້ນ ເພື່ອຮັບປະກັນໃຫ້ ສິດທິມະນຸດເປັນໃຈກາງຂອງທຸກຄວາມມານະພະຍາຍາມພັດທະນາ.
  ທ່ານນາງ Pauline Tamesis, ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ (ພາບ: TTXVN)  

top