ຂ່າວສານ

ຫວຽດ​ນາມ ໃຫ້​ບຸ​ລິມ​ະ​ສິດ​ສູງ​ສຸດ​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ລາວ

ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ຕໍ່​ການ​ເພີ່ມ​ພູນ​ຄູນ​ສ້າງ, ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ລາວ, ຖື​ນີ້​ແມ່ນ​ການ​ພົວ​ພັນ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ.
ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ຕ້ອນ​ຮັບ ​ທ່ານ ວິ​ໄລ ຫຼ້າ​ຄຳ​ຟອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ (ພາບ: VNA)

ຕອນ​ບ່າຍ​ວັນ​ທີ 15 ຕຸ​ລາ, ຢູ່​ຮ່າ​ໂນ້ຍ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ ​ທ່ານ ວິ​ໄລ ຫຼ້າ​ຄຳ​ຟອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ.

ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ຕໍ່​ການ​ເພີ່ມ​ພູນ​ຄູນ​ສ້າງ, ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ລາວ, ຖື​ນີ້​ແມ່ນ​ການ​ພົວ​ພັນ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ, ໂດຍ​ການ​ນຳ​ລຸ້ນ​ຕ່າງໆ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ເພີ່ມ​ພູນ​ຄູນ​ສ້າງ, ກາຍ​ເປັນ​ຊັບ​ສິນ​ລວມ​ອັນ​ລ້ຳ​ຄ່າຂອງ​ທັງ​ສອງ​ຊາດ. ເພື່ອ​ນຳ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ໃຫ້​ພັດ​ທະ​ນາ​ຢ່າງ​ແທ້​ຈິງກວ່າໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ສອງ​ຝ່າຍ​ສືບ​ຕໍ່​ສຸມ​ໃສ່​​ຈັດ​ຕັ້ງຜັນຂະຫຍາຍບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ພັກ​ໃຫ້​ເປັນ​ຢ່າງ​ດີ, ມີ​ປະ​ສິດ​ທິ​ຜົນ; ສືບ​ຕໍ່​ນຳ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ກາຍ​ເປັນ​ເສົາ​ຄ້ຳ​ທີ່ສຳ​ຄັນ​ກວ່າ​ຂອງ​ການ​ພົວ​ພັນ​ສອງ​ປະ​ເທດ.

ສ່ວນ​ທ່ານ ວິ​ໄລ ຫຼ້າ​ຄຳ​ຟອງ ໄດ້​ແຈ້ງ​ໃຫ້ ​ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ຮັບ​ຊາບ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ພົບ​ປະ​ເຈ​ລະ​ຈາ​ກັ​ບ ​ທ່ານ ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ແລະ ບັນ​ດາ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຂັ້ນ​ສູງຂອງ ຫວຽດ​ນາມ. ທ່ານ ວິ​ໄລ ຫຼ້າ​ຄຳ​ຟອງ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຈະ​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ຝ່າຍ ຫວຽດ​ນາມ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ໃຫ້ນັບ​ມື້​ນັບ​ເຂົ້າ​ສູ່ລວງ​ເລິກ, ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ.


top