ຂ່າວສານ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍ​າປະ​ກອບ​ສ່ວນ​ແນ​ໃສ່​ເພີ່ມ​ທະ​ວີອຳ​ນາດແຫ່ງ​ກົດ​ໝາຍ​ຢູ່​ລະ​ດັບ​ຊາດ ແລະ ສາ​ກົນ

ໃນວັນທີ 20 ຕຸລາ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ມີບົດກ່າວຄຳເຫັນກ່ຽວກັບບົດບາດສຳຄັນຂອງອຳນາດແຫ່ງກົດໝາຍຢູ່ລະດັບຊາດ ແລະ ສາກົນ ໃນການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນສິດທິມະນຸດ, ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນຢູ່ ຄະນະກຳມະການນິຕິທຳ (ຄະນະກຳມະການທີ 6) ຂອງສະມັດຊາໃຫຍ່ ສະຫະປະຊາຊາດຊຸດທີ 75.

ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ (ພາບ:baoquocte.vn)

ຕໍ່ໜ້າບັນດາການຜັນແປທີ່ສັບສົນໃນປະຈຸບັນ, ພິເສດແມ່ນຜົນກະທົບຈາກໂລກລະບາດໂຄວິດ-19, ທ່ານ ດັ້ງດິ່ງກຸ໊ຍ ເນັ້ນໜັກວ່າ ບັນດາການເຄື່ອນໄຫວຊຸກຍູ້ອຳນາດແຫ່ງກົດໝາຍຢູ່ລະດັບຊາດຕ້ອງສຸມໃສ່ເຂົ້າໃນການປົກປ້ອງກຸ່ມຄົນມີຄວາມສ່ຽງ, ຮັບປະກັນຄວາມຍຸຕິທຳ, ສະເໝີພາບ. ທ່ານ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ບັນດາປະເທດຈົ່ງເຄົາລົບຫຼັກການແກ້ໄຂບັນດາການຂັດແຍ້ງສາກົນໂດຍສັນຕິວິທີ.

ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ທ່ານ ດັ້ງດິ່ງກຸ໊ຍ ໃຫ້ຮູ້ວ່າ ຫວຽດນາມ ພວມມານະພະຍາຍາມພ້ອມກັບບັນດາປະເທດ ອາຊຽນ ກໍ່ສ້າງພາກພື້ນ ອາຊຽນ ໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ; ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປທີສັບສົນຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ. ທ່ານ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງທັງໝົດຈົ່ງເຄົາລົບກົດໝາຍສາກົນ, ພິເສດແມ່ນ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ, ລະງັບບັນດາການກະທຳພຽງຝ່າຍດຽວທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເພີ່ມຄວາມເຄັ່ງຕຶງຢູ່ທະເລ, ແກ້ໄຂບັນດາການຂັດແຍ່ງໂດຍສັນຕິວິທີສອດຄ່ອງກັບກົດບັດສະຫະປະຊາຊາດ, ກົດໝາຍສາກົນ.

(ແຫຼ່ງຄັດຈາກ VOV)


top