ຂ່າວສານ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ ແລະ ເດັກ​ຍິງ​ໃນ​ຂະ​ບວນ​ວິ​ວັດ​ຫັນ​ເປັນ​ດີ​ຈີ​ຕອນ​ທົ່ວ​ໂລກ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງ ແລະ ເດັກຍິງໃນຂະບວນວິວັດຫັນເປັນດີຈີຕອນທົ່ວໂລກ.
  ທ່ານນາງ ເລທິມິງທວາ ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ທີ່ກອງປະຊຸມ (ພາບ: TTXVN)  

ນັບແຕ່ວັນທີ 6 – 17 ມີນາ, ຢູ່ສຳນັກງານ ສປຊ ຢູ່ ນິວຢອກ (ອາເມລິກາ) ໄດ້ດຳເນີນກອງປະຊຸມຄັ້ງທີ 67 ຂອງ ຄະນະກຳມະການຖານະແມ່ຍິງ, ອົງການສັງກັດສະພາເສດຖະກິດ - ສັງຄົມ ຂອງ ສປຊ ດ້ວຍຫົວຂໍ້ “ບົດບາດຂອງການຫັນປ່ຽນຢ່າງມີຫົວຄິດປະດິດສ້າງ, ຫັນປ່ຽນເຕັກໂນໂລຢີ ແລະ ບົດບາດຂອງການສຶກສານໃນສັງກາດດີຈີຕອນ ເພື່ອແນໃສ່ບັນລຸໄດ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງ”. ກອງປະຊຸມດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນ 201 ຄົນ ມາຈາກບັນດາປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິມິງທວາ ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງ ແລະ ເດັກຍິງໃນຂະບວນວິວັດຫັນເປັນດີຈີຕອນທົ່ວໂລກ. ຕາມທ່ານນາງແລ້ວ, ການໝູນໃຊ້ວິທະຍາສາດເຕັກໂນໂລຢີດີຈີຕອນເພື່ອບັນລຸໄດ້ຄວາມສະເໝີພາບລະຫວ່າງຍິງ - ຊາຍນັ້ນ ຮຽກຮ້ອງຕ້ອງມີຄວາມຕັດສິນໃຈດ້ານການເມືອງ ແລະ ການກະທຳລະອຽດຂອງລັດຖະບານບັນດາປະເທດ ແລະ ກຽມພ້ອມຫັນເປັນດີຈີຕອນຂອງພາກສ່ວນທີ່ກ່ຽວຂ້ອງໃນສັງຄົມ. ນອກຈາກນັ້ນແລ້ວ, ທ່ານນາງ ເລທິມິງທວາ ກໍໄດ້ແບ່ງປັນກ່ຽວກັບບົດຮຽນ, ປະສົບການໃນການຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງ ແລະ ເດັກຍິງ ໃນຂະບວນວິວັດຫັນເປັນດີຈີຕອນທົ່ວໂລກ.


top