ຂ່າວສານ

ຫວຽດ​ນາມ-ໂປ​ໂລາຍ ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​

ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງທ່ານ​ ​ນຳພາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ດຳ​ເນີນ​ການ​ພົບ​ປະ​ເຈ​ລະ​ຈາ.
(ພາບ: VNA)

ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ​ທ່ານ​ Donald Tusk ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ໂປ​ໂລຍ ໄດ້​ໄປ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 24 – 26 ຕຸ​ລາ. ຕອນ​ເຊົ້າ​ວັນ​ທີ 26 ຕຸ​ລາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ (ຮ່າ​ໂນ້ຍ), ​ພິ​ທີ​ຕ້ອນ​ຮັບ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ​ Donald Tusk ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງທ່ານນາ​ຍົກ​ລັດຖະ​ມົນ​ຕີ​ ເລ​ມິງ​ຮຶງ.

ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງທ່ານ​ ​ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ດຳ​ເນີນ​ການ​ພົບ​ປະ​ເຈ​ລະ​ຈາ. ນະ​ທີ່ນິ້, ທ່ານນາ​ຍົກ​ລັດຖະ​ມົນ​ຕີ​ ເລ​ມິງ​ຮຶງ ສະ​ແດງ​ຄາ​ວາມ​ຊົມ​ເຊີ​ຍທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ​ Donald Tusk ທີ່​ໄດ້​ມາ​ຢ້ຽມ​ຢາມ ຫວຽດ​ນາມ​ ຢ່າງ​ເປັນ​ທາງ​ການ ພາຍຫຼັງ 16 ປ​ີ. ການ​ຢ້ຽມ​ຢາມ​ດຳ​ເນີນ​ໄປ​ໃນ​ສະ​ພາບ​ກາ​ນການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຜ່ານ​ຜ່າ​ເສັ້ນ​ທາງ​ປະ​​ຫວັ​ດສາດ 76 ປີ​ນັບ​ແຕ່​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ເມື່ອ​ປີ 1950:

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ພົວ​ພັນຫຼາຍ​ດ້ານ​ກັບ ໂປ​ໂລຍ ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຊື່ງ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ ຫວຽດ​ນາມ ຢູ່ ຕາ​ເວັນ​ອອກ​ກາງ. ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ເປັນ​ພິ​ເສດ ແລະ ຖື​ເປັນ​ສຳ​ຄັນ​ເລື່ອງ​ສອງ​ຝ່າຍ​ໄດ້​ພ​ອ້ມ​ກັນ​ແລກ​ປ່ຽນ ແລະ ຕົກ​ລົງ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຜ່ານນັ້ນ ກຳ​ນົດ​ບັນ​ດາ​ການ​ກຳ​ນົດ​ທິດທາງ​ໃຫ່​ຍ ເພື່ອ​ຂຸດ​ຄົ້ນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່​ວາ.

ສ່ວນທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ​ Donald Tusk ໄດ​້ສະ​ແດງ​ຄວາມ​ປະ​ທັບ​ໃຈຕໍ່​ລະ​ດັບ​ຄວາມ​ໄວ ການ​ຫັນ​ປ່ຽນ​ອັນ​ຕັ້ງ​ໜ້າ​​ຢູ່ ຫວຽດ​ນາມ, ທ່ານ​ຢືນ​ຢັນ​ວ່າ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດ​ພະ​ຍານຫຼັງ​ຖານ​ທີ່​ດີ​ເດັ່ນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ໂລກ​ ກ່ຽວ​ກັບ​ການ​ຫັນ​ຄວາມ​ດຸ​ໝັ່ນ, ຄວາມ​ຄາດ​ຫວັງ​ບືນ​ຕົວ​ຂຶ້ນ ແລະ ຄຸນ​ຄ່າ​ຂອງ​ສັນ​ຕິ​ພາບ ກາຍ​ເປັນ​ກຳ​ລັງ​ແຮງ​ພັດ​ທະ​ນາ​ທີ່​ເຕັມ​ໄປ​ດ້ວບ​ພູມ​ປັນ​ຍາ.

ທີ່​ການ​ປະ​ຊຸມ​ຂ່າວ​ພາຍຫຼັງ​ການພົບ​ປະ​ເຈ​ລະ​ຈາ, ທ່ານນາ​ຍົກ​ລັດຖະ​ມົນ​ຕີ​ ເລ​ມິງ​ຮຶງ ໃຫ້​ຮູ້​ວ່າ ສອງ​ຝ່າຍ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສູງໃນຫຼາຍ​ດ້ານ. ພິ​ເສດ, ນາ​ຍົກ​ລັດຖະ​ມົນ​ຕີ​ສອງ​ທ່ານ ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ແຜນ​ການ​ກະ​ທຳ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ຫວຽດ​ນາມ-ໂປ​ໂລຍ ໄລ​ຍະ 2026-2030.



top