ນີ້ແມ່ນໂອດກາດເພື່ອບັນດາຝ່າຍເຊື່ອມຕໍ່ໂດຍກົງ, ແລກປ່ຽນຂໍ້ມູນເພື່ອແນໃສ່ຫັນບັນດາຄວາມສາມາດບົ່ມຊ້ອນໃນບັນດາຂົງເຂດທີ່ມີເນື້ອໃນວິທະຍາສາດ..
ຕອນບ່າຍວັນທີ 26 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ແລະ ທ່ານນາຍົກລັດຖະມົນຕີ ສ.ໂປໂລຍ Donald Tusk ໄດ້ເປັນປະທານກອງປະຊຸມໂຕ້ມົນວິສາຫະກິດ ຫວຽດນາມ-ໂປໂລຍ.
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກເຖິງຄວາມໝາຍພິເສດຂອງເຫດການ ຊື່ງໄດ້ຈັດຂຶ້ນພາຍຫຼັງຂໍ້ຕົກລົງຍົກການພົວພັນສອງຝ່າຍເປັນຄູ່ຮ່ວມມືຍຸດທະສາດ. ເພື່ອນຳການຮ່ວມມືດ້ານເສດຖະກິດຂຶ້ນສູ່ລະດັບສູງໃໝ່, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີຍົກສູງຄຸນນະພາບການຮ່ວມມືລະຫວ່າງສອງປະເທດ.
ນີ້ແມ່ນໂອດກາດເພື່ອໃຫ້ບັນດາຝ່າຍເຊື່ອມຕໍ່ໂດຍກົງ, ແລກປ່ຽນຂໍ້ມູນຂ່າວສານເພື່ອແນໃສ່ຫັນບັນດາຄວາມສາມາດບົ່ມຊ້ອນໃນບັນດາຂົງເຂດທີ່ມີເນື້ອໃນວິທະຍາສາດ ແລະ ມູນຄ່າເພີ່ມສູງເປັນລະອຽດ. ຫວຽດນາມ ສົ່ງເສີມຢ່າງແຮງເລື່ອງບັນດາວິສາຫະກິດ ໂປໂລຍ ຄົ້ນຄ້ວາ, ຍູ້ແຮງການຮ່ວມມື, ລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດ ພິເສດແມ່ນຂະແໜງປາຍແຫຼມຂອງ ໂປໂລຍ ທີ່ສອດຄ່ອງກັບຄວາມຕ້ອງການພັດທະນາເສດຖະກິດແບບຍືນຍົງຂອງ ຫວຽດນາມ.