ຂ່າວສານ

ຫວຽດ​ນາມ -ແອັດ​ສະ​ປາຍ​ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ 5 ຕື້ USD

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາອົງການທີ່ກ່ຽວຂ້ອງສອງປະເທດສົມທົບກັນຢ່າງແໜ້ນແຟ້ນ, ຍາດແຍ່ງສັນຍາການຄ້າເສລີ ຫວຽດນາມ - EU (EVFTA)ເປັນຢ່າງດີ, ສູ້ຊົນນຳວົງເງິນການຄ້າສອງສົ້ນບັນລຸ 5 ຕື້ USD ໃນ 2 – 3 ປີຈະມາເຖິງ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ແອັດສະປາຍPedro Sánchez Castejón  

ໃນຂອບເຂດບັນດາການເຄື່ອນໄຫວເນື່ອງໃນກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາຊຽນ ແລະ ສະຫະພາບເອີລົບ (EU) ຢູ່ Brussels, ປະເທດແບນຊິກ ວັນທີ 14 ທັນວາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບຄູ່ຮ່ວມຕຳແໜ່ງແອັດສະປາຍ Pedro Sanchez Castejon.   ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາອົງການທີ່ກ່ຽວຂ້ອງສອງປະເທດສົມທົບກັນຢ່າງແໜ້ນແຟ້ນ, ຍາດແຍ່ງສັນຍາການຄ້າເສລີ ຫວຽດນາມ - EU (EVFTA)ເປັນຢ່າງດີ, ສູ້ຊົນນຳວົງເງິນການຄ້າສອງສົ້ນບັນລຸ 5 ຕື້ USD ໃນ 2 – 3 ປີຈະມາເຖິງ… ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີແອັດສະປາຍຄວນມີສຽງເວົ້າຢ່າງຕັ້ງໜ້າເພື່ອໃຫ້ EU ຍົກເລີກບັດເຫຼືອງ IUU ກ່ຽວກັບສິນໃນນ້ຳ ຫວຽດນາມ ໂດຍໄວ.

ສ່ວນທ່ານນາຍົກລັດຖະມົນຕີ ແອັດສະປາຍ ໃຫ້ຄຳໝັ້ນສັນຍາວ່າ ແອັດສະປາຍ ໃນຖານະເປັນປະທານໝູນວຽນຂອງ EU ໃນ 6 ເດືອນທ້າຍປີ 2023, ຈະຊຸກຍູ້ບັນດາປະເທດ EU ໃຫ້ສັດຕະຍາບັດສັນຍາອາລັກຂາການລົງທຶນ ຫວຽດນາມ -EU (EVIPA), ທ່ານກໍ່ມີຄວາມເປັນກຽດເຊື້ອເຊີນ ຫວຽດນາມ ເຂົ້າຮ່ວມ ສະຫະພັນສາກົນກ່ຽວກັບການຮັບມືກັບໄພແຫ້ງແລ້ງ ໂດຍແອັດສະປາຍ ແລະ ເຊເນການລິເລີ່ມ, ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນບັນດາຂົງເຂດຫັນເປັນດີຈີຕອນ, ພະລັງງານຜະລິດຄືນໃໝ່.


top