ຂ່າວສານ

ຫວຽດ​ນາມ ແຫ່ງ​ເຂົ້າ​ມາ​ລົງ​ທຶນ​ທີ່​ພົ້ນ​ເດັ່ນ​ໃນ​ການ​ຫັນ​ປ່ຽນ​ການ​ລົງ​ທຶນ​ໃນ​ທົ່ວ​ໂລກ

ຕາມໜັງສືພິມ Business Times ແລະ Financial Content ແລ້ວ, ການກະທຳດັ່ງກ່າວ ບໍ່ພຽງແຕ່ປັບປຸງຄວາມໄວ້ວາງໃຈຂອງ ຫວຽດນາມ ໃນແຜນທີ່ການເງິນສາກົນເທົ່ານັ້ນ ຫາກຍັງສາມາດດຶງດູດກະແສທຶນແຕ່ 3,4 ຫາ 10 ຕື້ USD ໃນໄລຍະສັ້ນ. ຈາກນັ້ນ, ຫວຽດນາມ ກໍ່ເພີ່ມຖານະບົດບາດຄືດັ່ງສູນການເງິນທີ່ພວມໂດດເດັ່ນຂຶ້ນຂອງ ອາຊີຕາເວັນອອກສ່ຽງໃຕ້.
(ພາບປະກອບ: VOV)

ໃນໄລຍະຜ່ານມາ, ມີຫຼາຍອົງການຈັດຕັ້ງ ແລະ ສື່ມວນຊົນສາກົນ ໄດ້ຕີລາຄາວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງສະຖານທີ່ມີກຳລັງດຶງດູດພິເສດສຳລັບນັກລົງທຶນຕ່າງປະເທດ, ໃນສະພາບການກະແສທຶນທົ່ວໂລກພວມຫັນປ່ຽນຢ່າງແຮງໃນພາກພື້ນ ອາຊີ. ບໍລິສັດ FTSE Russel, ຂຶ້ນກັບກຸ່ມບໍລິສັດທຸລະກຳຫຼັກຊັບ ລອນດອນ, ອັງກິດ ໄດ້ຍົກຕະຫຼາດຫຼັກຊັບ ຫວຽດນາມ ຂຶ້ນເປັນ “ຕະຫຼາດຫາກໍ່ພົ້ນເດັ່ນຂັ້ນສອງ”. ຕາມໜັງສືພິມ Business Times ແລະ Financial Content ແລ້ວ, ການກະທຳດັ່ງກ່າວ ບໍ່ພຽງແຕ່ປັບປຸງຄວາມໄວ້ວາງໃຈຂອງ ຫວຽດນາມ ໃນແຜນທີ່ການເງິນສາກົນເທົ່ານັ້ນ ຫາກຍັງສາມາດດຶງດູດກະແສທຶນແຕ່ 3,4 ຫາ 10 ຕື້ USD ໃນໄລຍະສັ້ນ. ຈາກນັ້ນ, ຫວຽດນາມ ກໍ່ເພີ່ມຖານະບົດບາດຄືດັ່ງສູນການເງິນທີ່ພວມໂດດເດັ່ນຂຶ້ນຂອງ ອາຊີຕາເວັນອອກສ່ຽງໃຕ້.

ພິເສດ, ດັດຊະນີຄວາມໄວ້ເນື້ອເຊື່ອໃຈດຳເນີນທຸລະກິດ (BCI) ຂອງ EuroCham ຮັບຮູ້ລະດັບສູງສຸດໃນ 3 ປີ, ບັນລຸ 66,5 ຄະແນນໃນໄຕມາດທີ III/2025, ສະແດງໃຫ້ເຫັນວ່າ ປະຊາຄົມວິສາຫະກິດເອີຣົບ ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ລົງທຶນທີ່ມີແງ່ຫວັງທີ່ສຸດໃນພາກພື້ນ. ຫວຽດນາມ ຫາກໍ່ພົ້ນເດັ່ນຂຶ້ນຄືດັ່ງການເລືອກເຟັ້ນຍຸດທະສາດ ຍ້ອນມີກຳລັງແຮງງານເປັນມືອາຊີບ, ຄ່າແກ້ງແຍ້ງ ແລະ ຂອບນິຕິກຳອຳນວຍຄວາມສະດວກ.


top