ຂ່າວສານ

ຫວຽດ​ນາມ ແລ​ະ ອົດ​ສະ​ຕາ​ລີ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຕອນ​ເຊົ້າ​ວັນ​ທີ 11 ສິງ​ຫາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ​ນາງ Sam Mostyn, ຜູ້​ສຳ​ເລັດ​ຣາ​ຊະ​ການ​ແຫ່ງ​ອົ​ດ​ສະ​ຕາລີ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ​ທ່ານ​ນາງ Sam Mostyn, ຜູ້​ສຳ​ເລັດ​ຣາ​ຊະ​ການ​ແຫ່ງ​ອົ​ດ​ສະ​ຕາລີ (ພາ​ບ: VNA)  

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາງ Sam Mostyn, ຜູ້​ສຳ​ເລັດ​ຣາ​ຊະ​ການ​ແຫ່ງ​ອົ​ດ​ສະ​ຕາລີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ໄປ​ຢ້ຽມ​ຢາມ​ທາ​ງ​ລັດ​ຖະ​ກິດ​ຢູ່ ອົດ​ສະ​ຕາ​ລີ ໃນ​ລະ​ຫວ່າງວັນ​ທີ 9 – 12 ສິງ​ຫາ. ຕອນ​ເຊົ້າ​ວັນ​ທີ 11 ສິງ​ຫາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ​ນາງ Sam Mostyn, ຜູ້​ສຳ​ເລັດ​ຣາ​ຊະ​ການ​ແຫ່ງ​ອົ​ດ​ສະ​ຕາລີ. ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ອົດ​ສະ​ຕາ​ລີ ແມ່ນ​ເພື່ອນ​ມິດ​ສະ​ໜິດ​ສະ​ໜົມ, ຄູ່​ຮ່ວມ​ມື​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ, ມີ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດຫຼາຍ​ຢ່າງ​ຄ້າຍ​ຄື​ກັນ​ກັບ ຫວຽດ​ນາມ, ປາດ​ຖະ​ໜາ​ຢາກ​ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະເທດ​ໂຕເລິມ​ຖື​ວ່າ ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃຫ້ຫຼາຍກວ່າ​ອີກ, ປາດ​ຖະ​ໜາ​ຢາກໃຫ້​ການ​ຢ້ຽມ​ຢາມ​ອົດ​ສະ​ຕາ​ລີ ຄັ້ງ​ນີ້​ຈະ​ສືບ​ຕໍ່​ຍົກ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ຂຶ້ນ​ສູ່​ລະ​ດັບ​ສູ​ງ​ໃໝ່. ສ່ວນ​ທ່ານນາງ Sam Mostyn, ຜູ້​ສຳ​ເລັດ​ຣາ​ຊະ​ການ​ແຫ່ງ​ອົ​ດ​ສະ​ຕາລີ ຢັ້ງ​ຢືນ​ວ່າ ອົດ​ສະ​ຕາ​ລີ ປາດ​ຖະ​ໜາ​ຢາກ​ກາຍ​ເປັນ​ຄູ່​ຮ່ວມ​ມື​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ຫວຽດ​ນາມ, ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ເດີນ​ທາງ, ໜູນ​ຊ່ວຍ​ຫ​ວຽດ​ນາມ​ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ.

ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ສະ​ເໜີ​ສອງ​ປະ​ເທດ​ສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຜ່ານ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ບັນ​ດາ​ຊ່ອງ​ທາງ​ຮ່ວມ​ມື, ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ຊຸກ​ຍູ້​ການ​ຄ້າ, ການ​ລົງ​ທຶນ, ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD ແລະ ເພີ່ມ​​ທະ​ວີ​ການ​ລົງ​ທຶນ​ສອງ​ສົ້ນ.

ທ່ານ​ນາງ Sam Mostyn ຊີ້​ແຈ້ງວ່າ ອົ​ດ​ສະ​ຕາລີປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມທີ່​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຄົມ​ຫວຽດ​ນາມ​ເສີມ​ຂະ​ຫຍາຍ​ທ່າ​ແຮງ, ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນຄວາມຫຼາຍຮູບຫຼາຍແບບ, ວັດ​ທະ​ນາ​ຖາ​ວອນ​ຂອງ​ສັງ​ຄົມ ອົດ​ສະ​ຕາ​ລີ.

ພາຍຫຼັງ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ຢູ່ Canberra, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ຢັ້ງ​ຢືນ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອົດ​ສະ​ຕາ​ລີ. ຖະ​ແຫຼງ​ການ​ໄດ້​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ເພີ່ມ ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫຼາຍ​ຝ່າຍ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງກັນ ແລະ ຕ້ານ​ອາດ​ຊະ​ຍາ​ກຳ.


top