ຂ່າວສານ

ຫວຽດ​ນາມ ແລະ ໂອ​ຕາ​ລິດ ສະ​ໜັບ​ສະ​ໜູນ​ຊື່ງ​ກັນ ແລະ ກັນ ຢູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ

ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ, ທ່ານ Alexander Schallenberg ລັດຖະມົນຕີການຕ່າງປະເທດ ສ.ໂອຕາລິດ ໄດ້ໄປຢ້ຽມຢາມ ຫວຽດນາມ ແຕ່ວັນທີ 16-18 ເມສາ.
  (ພາບ: TTXVN)  

ທີ່ການພົບປະເຈລະຈາໃນຕອນເຊົ້າວັນທີ 17 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຢືນຢັນວ່າ ຫວຽດນາມ ສົ່ງເສີມບັນດາວິສາຫະກິດ ໂອຕາລິດ ເພີ່ມທະວີການລົງທຶນຢູ່ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດທີ່ ໂອຕາລິດ ມີທ່າແຮງຄື ໂຄງປະກອບພື້ນຖານໂຄງລ່າງ, ພະລັງງານຜະລິດຄືນໃໝ່…ທ່ານສະເໜີໃຫ້ ໂອຕາລິດ ປະຕິບັດສຳເລັດລະບຽບການໃຫ້ສັດຕະຍາບັນ ສັນຍາອາລັກຂາການລົງທຶນ ຫວຽດນາມ-ອີຢູ (EVIPA) ໂດຍໄວ, ຊຸກຍູ້ ຄະນະກຳມະການເອີລົບ (EC)  ລົບລ້າງບັດເຫຼືອງ IUU ສຳລັບສິນໃນນ້ຳຂອງຫວຽດນາມ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ Alexander Schallenberg ໄດ້ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນພາກພື້ນ ແລະ ໃນໂລກ; ທ່ານຢືນຢັນວ່າ ໂອຕາລິດ ຢາກເພີ່ມທະວີການພົວພັນກັບ ຫວຽດນາມ ຊື່ງແມ່ນຄູ່ຮ່ວມມືສຳຄັນອັນດັບໜຶ່ງຂອງ ໂອຕາລິດ ຢູ່ອາຊີຕາເວັນອອກສ່ຽງໃຕ້.

ສອງຝ່າຍໄດ້ເຫັນດີຕໍ່ເລື່ອງຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ ແລະ ການພົບປະແລກປ່ຽນ ປຊຊ, ສະໜັບສະໜູນຊື່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ.

 


top