ຂ່າວສານ

ຫວຽດ​ນາມ ແລະ ໂປ​ໂລຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ ແລ​ະ ພາກ​ພື້ນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ລັດຖະມົນຕີການຕ່າງປະເທດ ໂປໂລຍ ກໍເຫັນດີເປັນເອກະພາບນຳກັນວ່າ ສອງປະເທດຕ້ອງເພີ່ມທະວີການຮ່ວມມືໃນເວທີປາໄສຫຼາຍຝ່າຍ ແລະ ພາກພື້ນ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ ກໍຄື ແກ້ໄຂຂໍ້ຂັດແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ໂປໂລຍ Zbigniew Rau (ພາບ: TTXVN)  

ຕອນບ່າຍວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ໂປໂລຍ Zbigniew Rau ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 16  - 17 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ສ້າງພື້ນຖານເພື່ອຊຸກຍູ້ ແລະ ເປີດກວ້າງການຮ່ວມມືສອງຝ່າຍໃນທຸກຂົງເຂດ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ໂປໂລຍ ຈະສ້າງເງື່ອນໄຂສະດວກໃຫ້ຜະລິດຕະພັນຕ່າງໆຂອງ ຫວຽດນາມ ໄດ້ຈຳໜ່າຍຢູ່ຕະຫຼາດ ໂປໂລຍ ຫຼາຍກວ່າອີກ; ສົ່ງເສີມວິສາຫະກິດ ໂປໂປຍ ຍູ້ແຮງການລົງທຶນໃນຂົງເຂດການຢາ, ປຸງແຕ່ງອາຫານ, ອຸດສາຫະກຳປຸງແຕ່ງ… ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ໂປໂລຍ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການລົງທຶນຢ່າງສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດ.

top