ຂ່າວສານ

ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຮັກ​ສາ​ທ່ວງ​ທ່າ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ​ຢ່າງ​ຕັ້ງ​ໜ້າ

ຫວຽດນາມ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ອາເມລິກາ ໃນບັນດາຂົງເຂດທີ່ສອງຝ່າຍຕ່າງມີຄວາມສົນໃຈໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພິເສດແມ່ນວິທະຍາສາດເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພະລັງງານ, ທາດເຄິ່ງຊັກນຳໄຟຟ້າ... ພ້ອມທັງສືບຕໍ່ຮັກສາການຮ່ວມມືໃນບັນດາຂົງເຂດການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃຫ້ເປັນຢ່າງດີ.
ການພົບປະກັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E.Knapper (ພາບ: TTXVN)

ໃນການພົບປະກັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E.Knapper      ໃນຕອນບ່າຍວັນທີ 23 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ອາເມລິກາ ໃນບັນດາຂົງເຂດທີ່ສອງຝ່າຍຕ່າງມີຄວາມສົນໃຈໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພິເສດແມ່ນວິທະຍາສາດເຕັກໂນໂລຢີ,  ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພະລັງງານ, ທາດເຄິ່ງຊັກນຳໄຟຟ້າ... ພ້ອມທັງສືບຕໍ່ຮັກສາການຮ່ວມມືໃນບັນດາຂົງເຂດການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃຫ້ເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ກໍສະເໜີໃຫ້ ອາເມລິກາ ສືບຕໍ່ພິຈາລະນາບັນດາປັດໄຈທີ່ມີລັກສະນະພິເສດສະເພາະຂອງພື້ນຖານເສດຖະກິດ ຫວຽດນາມ ໃນວິວັດທະນາການເຈລະຈາສັນຍາພາສີສົມທົບລະຫວ່າງສອງປະເທດ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເພີ່ມທະວີການຊື້ສິນຄ້າ ອາເມລິກາ, ໂດຍສະເພາະແມ່ນບັນດາປະເພດສິນຄ້າເຕັກໂນໂລຢີສູງ, ເປີດກວ້າງຕະຫຼາດໃຫ້ແກ່ສິນຄ້າ ອາເມລິກາ ແລະ ສ້າງເງື່ອນໄຂໃຫ້ວິສາຫະກິດ ອາເມລິກາ ເຄື່ອນໄຫວດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ ຫວຽດນາມ.

        ສ່ວນທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E.Knapper ກໍ່ຢັ້ງຢືນວ່າ ສະຖານທູດ ອາເມລິກາ ຈະສົມທົບກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອມີບັນດາວິທີການເປີດກວ້າງການຮ່ວມມືໃນທຸກຂົງເຂດ, ຜ່ານນັ້ນ, ກໍ່ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອາເມລິກາ ຢ່າງແຮງ.


top