ຂ່າວສານ

ຫວຽດ​ນາມ ແລະ ສ.ເຊັກ​ໂກ ປັບ​ປຸງ​ການ​ພົວ​ພັນ​ສອງ​ຝ່າຍ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ວັນທີ 20 ເມສາ ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala ຈະດຳເນີນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 20 – 22 ເມສາ. ນີ້ແມ່ນການໄປປະຕິບັດງານຢູ່ອາຊີຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Petr Fiala ນັບແຕ່ເວລາດຳລົງຕຳແໜ່ງເມື່ອທ້າຍປີ 2021 ແລະ ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງຜູ້ນຳລັດຖະບານເຊັກໂກ ໃນໄລຍະເວລາ 15 ປີຜ່ານມາ. ການຢ້ຽມຢາມມີຄວາມໝາຍສຳຄັນຕໍ່ສອງຝ່າຍ, ສືບຕໍ່ເພີ່ມທະວີ ແລະ ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ພ້ອມທັງສ້າງກຳລັງໜູນສຳຄັນໃນການຊຸກຍູ້ການພົວພັນສອງຝ່າຍ.
ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala (ພາບ: AFP/TTXVN)

ຫວຽດນາມ ແລະ ສ.ເຊັກໂກ ສ້າງການພົວພັວທາງການທູດນັບແຕ່ປີ 1950. ນັບແຕ່ນັ້ນມາຮອດປັດຈຸບັນ, ສອງປະເທດຍາມໃດກໍ່ຮັກສາການພົວພັນມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ.

ໝາກຜົນຮ່ວມມືທີ່ດີງາມໃນຫຼາຍຂົງເຂດ

ໃນຕະຫຼອດໄລຍະ 73 ປີແຫ່ງການພົວພັນທາງການທູດ, ສ.ເຊັກໂກຍາມໃດກໍ່ໃຫ້ບຸລິມະສິດຕໍ່ການພັວພັນຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດ, ຄື: ຊ່ວຍບຳລຸງສ້າງພະນັກງານ, ນັກເຕັກນິກ, ແຮງງານຫວຽດນາມນັບພັນຄົນ ມາຮ່ຳຮຽນ ແລະ ອອກແຮງງານຢູ່ ເຊັກໂກ, ແມ່ນປະເທດເອີລົບຕາເວັນອອກກາງ ທຳອິດທີ່ສະໜອງທຶນຊ່ວຍເຫຼືອພັດທະນາຢ່າງເປັນທາງການ (ODA) ໃຫ້ ຫວຽດນາມ. ປັດຈຸບັນ, ສອງປະເທດ ຮັກສາການພົບປະເປັນປະຈຳໃນທຸກຂັ້ນ.

ໃນຂົງເຂດເສດຖະກິດ, ສອງປະເທດໄດ້ຂຸດຄົ້ນ, ເພີ່ມເຕີມທ່າແຮງຂອງກັນເພື່ອພ້ອມກັນພັດທະນາ. ໝາກຜົນແມ່ນວົງເງິນການຄ້າສອງສົ້ນໃນປີ 2022 ບັນລຸເກືອບ 850 ລ້ານ USD, ເພີ່ມຂຶ້ນ 15% ເມື່ອທຽບໃສ່ກັບປີ 2021. ກ່ຽວກັບການລົງທຶນ, ໄລ່ໝົດປີ 2022, ເຊັກໂກມີກ່ວາ 40 ໂຄງການລົງທຶນຢູ່ ຫວຍດນາມ ດ້ວຍຍອດເງິນລົງທຶນແມ່ນ 92 ລ້ານ USD. ສ.ເຊັກໂກ ໄດ້ຕັ້ງໜ້າສະໜັບສະໜູນການລົງນາມສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ແລະ ແມ່ນໜຶ່ງໃນ ບັນດາປະເທດຂຶ້ນກັບ EU ທຳອິດໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA). ປັດຈຸບັນ, ສອງຝ່າຍມີຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງເພື່ອຮ່ວມມືຫຼາຍກ່ວາອີກ ໃນຫຼາຍຂົງເຂດຄື: ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ສ.ເຊັກໂກ ແມ່ນປະຕູເຂົ້າ ອອກຂອງ ສະຫະພາບເອີລົບ ໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ແລະ ຫວຽດນາມ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ບັນດາບໍລິສັດເຊັກໂກ.

ສຳລັບການພົວພັນແລກປ່ຽນປະຊາຊົນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ເຊັກໂກ ມີເກືອບ 100.000 ຄົນ, ແມ່ນປະຊາຄົມຊາວຫວຽດນາມທຳອິດອາໄສຢູ່ຕ່າງປະເທດໄດ້ຮັບການຮັບຮອງແມ່ນຊົນເຜົ່າສ່ວນໜ້ອຍໃນປີ 2013. ພໍ່ແມ່ປະຊາຊົນມີການປະກອບສ່ວນທີ່ຕັ້ງໜ້າເຂົ້າໃນການພົວພັນສອງປະເທດ, ເຊິ່ງລັດຖະບານເຊັກໂກຕີລາຄາສູງ. ເຕື້ອງເຖິງການຮ່ວມມືລະຫວ່າງສອງປະເທດໃນຂົງເຂດສັງຄົມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ທ໊າຍຊວັນຢຸງ ຕີລາຄາວ່າ:

ການພົວພັນຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດນັບມື້ນັບມີຄວາມສະໜິດແໜ້ນ ແລະ ມີຂີດໝາຍທີ່ພົ້ນເດັ່ນເມື່ອສອງຝ່າຍພ້ອມກັນຮ່ວມມື, ຮ່ວມເດີນທາງໃນການປ້ອງກັນຕ້ານພະຍາດໂຄວິດ - 19. ສິ່ງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງເມື່ອປະຊາຄົມຊາວຫວຽດນາມ ອາໄສຢູ່ ເຊັກໂກ ເປັນເຈົ້າການ, ຕັ້ງໜ້າຮ່ວມເດີນທາງ ກັບ ລັດຖະບານ ແລະ ປະຊາຊົນເຊັກໂກ. ກົງກັນຂ້າມ, ສ.ເຊັກໂກ ກໍ່ແມ່ນປະເທດທຳອິດຂອງສະຫະພາບເອີລົບໃຫ້ ການຊ່ວຍເຫຼືອວັກຊິດໃຫ້ ຫວຽດນາມ ແລະ ຮ່ວມເດີນທາງກັບ ຫວຽດນາມ ໃນການປ້ອງກັນຕ້ານພະຍາດໂຄວິດ - 19.

ໃນການຮ່ວມມືດ້ານວັດທະນະທຳ, ສ.ເຊັກໂກ ພວມມຸ່ງໄປເຖິງການສ້າງສູນເຊັກໂກ ຢູ່ ຫວຽດນາມ ເພື່ອແນໃສ່ເພີ່ມທະວີການພົວພັນທາງດ້ານວັດທະນະທຳລະຫວ່າງສອງປະເທດ, ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ການຮ່ວມມືລະຫວ່າງສອງປະເທດ, ພ້ອມທັງສະໜອງຂໍ້ມູນຂ່າວທີ່ມີຄຸນຄ່າກ່ຽວກັບວັດທະນະທຳ ແລະ ປະຫວັດສາດເຊັກໂກໃຫ້ແກ່ປະຊາຊົນ ຫວຽດນາມ.

ການຢ້ຽມຢາມແມ່ນພະຍານຫຼັກຖານໃຫ້ແກ່ການພົວພັນມິດຕະພາບ, ການຮ່ວມມືນັບມື້ນັບພັດທະນາ

ຕາມທ່ານເອກອັກຄະລັດຖະທູດ ສ.ເຊັກໂກ ປະຈຳ ຫວຽດນາມ ແລ້ວ, ການຢ້ຽມຢາມ ຫວຽດນາມຂອງທ່ານນາຍົກລັດຖະມົນຕີ Petr Fiala ແມ່ນພະຍານຫຼັກຖານໃຫ້ແກ່ການພົວພັນມິດຕະພາບ, ການຮ່ວມມືນັບມື້ນັບພັດທະນາລະຫວ່າງ ເຊັກໂກ ແລະ ຫວຽດນາມ. ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະພ້ອມກັນປຶກສາຫາລືກ່ຽວກັບບັນດາບັນຫາການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ ກຳນົດບັນດາທິດທາງຮ່ວມມືຢ່າງລະອຽດ ໃນການຜັນຂະຫຍາຍສັນຍາ EVFTA ຢ່າງມີປະສິດທິຜົນ, ສົ່ງເສີມການຮ່ວມມືພະລັງງານ, ສິ່ງແວດລ້ອມ, ປະກອບລົດໂອໂຕ… ຕິດຕາມທ່ານນາຍົກລັດຖະມົນຕີແມ່ນ ຜູ້ຕາງໜ້າບັນດາກຸ່ມບໍລິສັດ ແລະ ບໍລິສັດໃຫຍ່ຂອງ ເຊັກໂກ. ເຂົາເຈົ້າຈະພົບປະກັບບັນດາວິສາຫະກິດ ຫວຽດນາມ ເພື່ອຊອກຫາກາລະໂອກາດໃນການຮ່ວມມື, ເປີດກວ້າງຕະຫຼາດ.

ເຫັນດີຕໍ່ທັດສະນະດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ທ໊າຍຊວັນຢຸງ ຢັ້ງຢືນວ່າ:

ການຢ້ຽມຢາມແນໃສ່ສືບຕໍ່ເພີ່ມທະວີ ແລະ ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ສ້າງປະຖົມປັດໄຈໃຫ້ການຊຸກຍູ້, ຍົກສູງປະສິດທິຜົນໃນການພົວພັນຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດ, ປະກອບສ່ວນນຳການພົວພັນ ຫວຽດນາມ - ສ.ເຊັກໂກ ໃນທຸກຂົງເຂດຂຶ້ນສູ່ລະດັບສູງໃໝ່, ພິເສດແມ່ນໃນຂົງເຂດເສດຖະກິດ. ການລົງນາມເອກະສານຮ່ວມມືຫຼາຍສະບັບແມ່ນການກະຕຸກຊຸກຍູ້, ສ້າງພື້ນຖານດ້ານນິຕິກຳໃຫ້ແກ່ການຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງສອງປະເທດ, ສ້າງກຳລັງໜູນສຳຄັນໃນການຊຸກຍູ້ການພົວພັນສອງປະເທດ.

ຫວຽດນາມ ແລະ ສ.ເຊັກໂກ ມີການພົວພັນມິດຕະພາບ, ການຮ່ວມມືມາແຕ່ດົນນານ. ການສ້າງການພົວພັນຢ່າງແໜ້ນແຟ້ນລະຫວ່າງສອງປະເທດແມ່ນສິ່ງຈຳເປັນເພື່ອຊຸກຍູ້ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ. ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Petr Fiala ຈະປະກອບສ່ວນຂຸດຄົ້ນຢ່າງເລິກເຊິ່ງກ່ວາອີກໃນບັນດາຂົງເຂດຮ່ວມມືລະຫວ່າງສອງປະເທດ ແລະ ຊ່ວຍປັບປຸງການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ.


top