ຂ່າວສານ

ຫວຽດ​ນາມ ແລະ ສ.ເກົາຫຼີ ປາດ​ຖະ​ໜາ​ຢາກ​ຍົກ​ລະ​ດັບ​ສາຍ​ພົວ​ພັນ​ຂຶ້ນ​ສູ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ”

ໃນຂອບເຂດການຢ້ຽມຢາມ, ວັນທີ 9 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in.

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Chung Eui Yong, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໄປຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ໂຄງການພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (SEARP) ຂອງອົງການຮ່ວມມື ແລະ ພັດທະນາ ເສດຖະກິດ (OECD) ແຕ່ວັນທີ 9 – 11 ກຸມພາ. ໃນຂອບເຂດການຢ້ຽມຢາມ, ວັນທີ 9 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in.

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in (ພາບ: Yonhap News)

ເມື່ອແລກປ່ຽນກັບການນຳ ສ.ເກົາຫຼີ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກພັດທະນາສາຍພົວພັນກັບ ສ.ເກົາຫຼີ ໃຫ້ຫຼາຍກວ່າອີກ, ໃນນັ້ນ ຈຸດສຸມແມ່ນປະຕິບັດການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 30 ປີ ໃຫ້ເປັນຢ່າງດີ ແລະ ຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ” ໃນປີ 2022; ຮັກສາການພົບປະແລກປ່ຽນ ແລະ ພົບປະຄະນະຜູ້ແທນຂັ້ນສູງເປັນປະຈຳ; ເປີດກວ້າງການຮ່ວມມື, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ຟື້ນຟູພາຍຫຼັງໂລກລະບາດ; ສູ້ຊົນນຳວົງເງິນການຄ້າສອງປະເທດໃຫ້ບັນລຸ 100 ຕື້ USD ໃນປີ 2023; ເພີ່ມທະວີການຮ່ວມມືທາງດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ແຮງງານການພົບປະແລກປ່ຽນປະຊາຊົນ; ສືບຕໍ່ຮັກສາການສົມທົບໃນເວທີປາໄສຫຼາຍຝ່າຍ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຈະປະຕິບັດບົດບາດເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ - ສ.ເກົາຫຼີ ໄລຍະ 2021 – 2024 ໃຫ້ເປັນຢ່າງດີ, ນຳການພົວພັນລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ ສືບຕໍ່ພັດທະນາ; ພ້ອມທັງຫວັງວ່າ ຫວຽດນາມ ແລະ ສ.ເກົາຫຼີ ຈະສືບຕໍ່ມີການສົມທົບ, ສະແດງຫຼັກໝັ້ນຕັ້ງໜ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍດ້ານນິຕິກຳ, ແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກ ໂດຍສັນຕິວິທີ ອີງໃສ່ກົດໝາຍສາກົນ.

        ສ່ວນທ່ານປະທານາທິບໍດີ Moon Jae – in  ຢັ້ງຢືນວ່າ ສ.ເກົາຫຼີ ຍາມໃດກໍຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນການຜັນຂະຫຍາຍນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່; ພ້ອມທັງປາດຖະໜາວ່າ ສອງຝ່າຍຈະຍົກການພົວພັນລະຫວ່າງ 2 ປະເທດ ຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ” ໂດຍໄວ.

(ແຫຼ່ງຄັດຈາກ VOV)


top