ຂ່າວສານ

ຫວຽດ​ນາມ ແລະ ສິງ​ກະ​ໂປ ຊະ​ນະ​ເລີດ​ທົ່ວ​ຄະ​ນະ ໃນ​ການ​ເສັງ​ຄະ​ນິດ​ສາດ​ສາ​ກົນ VIMC 2025 ຢູ່ ດ່າ​ໜັງ

ຄະນະ ຫວຽດນາມ ຍາດໄດ້ລາງວັນສ່ວນບຸກຄົນ 18 ລາງວັນ ໃນນັ້ນ ມີຫຼຽນຄຳ 6 ຫຼຽນ, ຫຼຽນເງິນ 4 ຫຼຽນ ແລະ ຫຼຽນທອງ 8 ຫຼຽນ.
ທ່ານ ເຈິ່ນແອັງຕວັນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ

ຕອນບ່າຍວັນທີ 18 ສິງຫາ, ຢູ່ນະຄອນ ດ່າໜັງ ຂອງ ຫວຽດນາມ ໄດ້ດຳເນີນພິທີປິດການເສັງຄະນິດສາດສາກົນ VIMC 2025. ການເສັງຄະນິດສາດສາກົນ VIMC 2025 ຖືກຈັດຂຶ້ນຢູ່ ຫວຽດນາມ ເປັນຄັ້ງທຳອິດນັ້ນ ໄດ້ດຶງດູດນັກຮຽນ 524 ຄົນ ແລະ ຄູອາຈານ 185 ຄົນ ຂອງ 30 ທິມ ທີ່ມາຈາກ 29 ປະເທດ, ເຂດແຄວ້ນ ແລະ ທິມປະເທດເຈົ້າພາບ ຫວຽດນາມ ເຂົ້າຮ່ວມ. ຄະນະຈັດຕັ້ງ ໄດ້ມອບລາງວັນແຊັມທົ່ວຄະນະໃຫ້ແກ່ສອງທິມ ຫວຽດນາມ ແລະ ສິງກະໂປ. ໃນການເສັງລາງວັນສ່ວນບຸກຄົນ, ຄະນະຈັດຕັ້ງໄດ້ມອບ 147 ຫຼຽນ, ໃນນັ້ນ ມີຫຼຽນຄຳ 41 ຫຼຽນ. ຄະນະ ຫວຽດນາມ ຍາດໄດ້ລາງວັນສ່ວນບຸກຄົນ 18 ລາງວັນ (ໃນນັ້ນ ມີຫຼຽນຄຳ 6 ຫຼຽນ, ຫຼຽນເງິນ 4 ຫຼຽນ ແລະ ຫຼຽນທອງ 8 ຫຼຽນ). ເມື່ອກ່າວຄຳເຫັນທີ່ພິທີປິດ, ທ່ານ ເຈິ່ນແອັງຕວັນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໃຫ້ຮູ້ວ່າ:

“ດ້ວຍຈິດໃຈ “ເຊື່ອມຕໍ່ພູມປັນຍາ - ແຜ່ກະຈາຍຄວາມຮູ້ - ເຊື່ອມຕໍ່ເພື່ອນມິດການເສັງຄະນິດສາດສາກົນ ປີ 2025 ຢູ່ ດ່າໜັງ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມສ້າງຂີດໝາຍທີ່ດີໃນໃຈເພື່ອນມິດສາກົນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າຜົນສຳເລັດໃນມື້ນີ້ ຈະເປັນພື້ນຖານເພື່ອໃຫ້ການເສັງຄັ້ງຕໍ່ໆໄປສືບຕໍ່ກ້າວໄປໄກເຊື່ອມຕໍ່ ແລະ ແຜ່ກະຈາຍຄຸນຄ່າຂອງຄວາມຮູ້ຫົວຄິດປະດິດສ້າງ ແລະ ໄມຕີຈິດມິດຕະພາບ”.


top