ຂ່າວສານ

ຫວຽດ​ນາມ ແລະ ລຸກ​ຊຳ​ບວກ ​ປາດ​ຖະ​ໜາ​ຢາກ​ພ້ອມ​ກັນ​ໜູນ​ຊ່ວຍ​ພື້ນ​ຖານ​ເສດ​ຖະ​ກິດ​ສີ​ຂຽວ

ຕອນບ່າຍວັນທີ 4 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel (ພາບ: TTXVN)

ທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າໃນ ເດືອນກັນຍາປີນີ້, ສະພາແຫ່ງຊາດ ຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງກອງປະຊຸມສະມາຊິກໜຸ່ມ ລັດຖະສະພາ ທົ່ວໂລກຄັ້ງທີ 9. ທ່ານປະທານສະພາແຫ່ງຊາດ ຫວັງວ່າ ລັດຖະສະພາ ລຸກຊຳບວກ ຈະຈັດສົ່ງຄະນະຜູ້ແທນສະມາຊິກໜຸ່ມລັດຖະສະພາມາຫວຽດນາມ ເພື່ອເຂົ້າຮ່ວມເຫດການນີ້. ທ່ານປະທານສະພາແຫ່ງຊາດ ກໍ່ເນັ້ນໜັກ ເຖີງຂົງເຂດທີ່ສອງປະເທດອາດຈະເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ ກ່ຽວກັບເສດຖະກິດ, ການຄ້າ ແລະ ການລົງທຶນ.

ສ່ວນທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel ໃຫ້ຮູ້ວ່າ ໃນການເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ລຸກຊຳບວກໄດ້ປະກາດ 2 ໂຄງການທີ່ມີມູນຄ່າ 7 ລ້ານ ເອີໂຣເພື່ອໜູນຊ່ວຍຫວຽດນາມ ໃນຂົງເຂດປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ນີ້ແມ່ນບັນດາໂຄງການທີ່ສະຫງວນໃຫ້ແກ່ຊາວກະສິກອນ ແລະ ນະຄອນໂຮ່ຈີມິນ.

 


top