ຂ່າວສານ

ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ດ້ານ​ການ​ຄ້າ

ຕອນບ່າຍວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງ ລອນດອນ, ໃນຂອບເຂດການໄປຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານນາງລັດຖະມົນຕີກະຊວງການຄ້າສາກົນ ອັງກິດ Anne Marie Trevelyan.

ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ  ແລະ ທ່ານນາງລັດຖະມົນຕີກະຊວງການຄ້າສາກົນ ອັງກິດ Anne Marie Trevelyan

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ແລະ ອັງກິດໄດ້ລົງນາມສັນຍາການຄ້າເສລີສອງຝ່າຍ (UKVFTA). ນີ້ແມ່ນສັນຍາສຳຄັນ, ໄດ້ຮັບການເຈລະຈາໂດຍໄວບົນພື້ນຖານການສືບທອດບັນດາເນື້ອໃນໃຫ້ຄຳໝັ້ນສັນຍາໃນສັນຍາການຄ້າເສລີ ຫວຽດນາມ - ສະຫະພັນເອີລົບ. ຫວຽດນາມ ພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ນັກລົງທຶນອັງກິດທີ່ພວມເຄື່ອນໄຫວຢູ່ ຫວຽດນາມ. ສອງຝ່າຍກໍ່ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດສອງປະເທດ.

ທ່ານນາງລັດຖະມົນຕີການຄ້າສາກົນ Anne Marie Trevelyan ຖືວ່າ ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ ຫວຽດນາມ ແລະ ອັງກິດ, ພິເສດແມ່ນການຮ່ວມມືໃນຂົງເຂດການຄ້າແມ່ນໃຫຍ່ທີ່ສຸດ, ຫວັງວ່າ ບັນດາວິສາຫະກິດອັງກິດຈະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

top