ຂ່າວສານ ຫວຽດນາມ ແລະ ລາວເພີ່ມທະວີການແບ່ງປັນບົດຮຽນປະສົບການໃນການຄົ້ນຄ້ວາວິທະຍາສາດ, ທິດສະດີ ແລະ ພຶດຕິກຳຕົວຈິງ 07/08/2026 ການຮ່ວມມືດ້ານທິດສະດີລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວແມ່ນພື້ນຖານການເມືອງ, ແນວຄິດອັນໝັ້ນແກ່ນໃຫ້ແກ່ສາຍພົວພັນແບບພິເສດ ຫວຽດນາມ - ລາວ. ທ່ານ ດວ່ານມິງຮວນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ເຂົ້າຢ້ຽມຂ່ຳນັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ (ພາບ: VNA)ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວແຕ່ວັນທີ 4 – 6 ສິງຫາຂອງຄະນະຜູ້ແທນສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໂດຍທ່ານ ດວ່ານມິງຮວນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ເປັນຫົວໜ້າຄະນ, ວັນທີ 6 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນໄດ້ເຂົ້າຢ້ຽມຂ່ຳນັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ. ທີ່ການພົບປະ, ທ່ານ ດວ່ານມິງຮວນ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນໄດ້ລາຍງານກັບການນຳຂັ້ນສູງລາວກ່ຽວກັບໝາກຜົນການຮ່ວມມືລະຫວ່າງບັນດາອົງການ, ສະຖາບັນ, ສະຖາບັນຄົນຄ້ວາ ຂອງສອງປະເທດໃນໄລຍະຜ່ານມາ, ເນັ້ນໜັກວ່າການຮ່ວມມືດ້ານທິດສະດີລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວແມ່ນພື້ນຖານການເມືອງ, ແນວຄິດອັນໝັ້ນແກ່ນໃຫ້ແກ່ສາຍພົວພັນແບບພິເສດ ຫວຽດນາມ - ລາວ. ສ່ວນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ ໄດ້ສະເໜີບັນດານັກວິທະຍາສາດສອງປະເທດເພີ່ມທະວີການແບ່ງປັນບົດຮຽນປະສົບການໃນການຄົ້ນຄ້ວາວິທະຍາສາດ, ທິດສະດີ ແລະ ພຶດຕິກຳຕົວຈິງ ແນໃສ່ເປັນເສນາທິການເພື່ອໃຫ້ແກ່ການນຳສອງພັກ, ສອງລັດມີບັນດານະໂຍບາຍ, ມາດຕະການຮັບມືກັບບັນດາການຜັນແປທີ່ສັບສົນ, ຄາດຄະເນໄດ້ຍາກຢູ່ໃນໂລກຢ່າງທັນການ.

ການຮ່ວມມືດ້ານທິດສະດີລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວແມ່ນພື້ນຖານການເມືອງ, ແນວຄິດອັນໝັ້ນແກ່ນໃຫ້ແກ່ສາຍພົວພັນແບບພິເສດ ຫວຽດນາມ - ລາວ. ທ່ານ ດວ່ານມິງຮວນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ເຂົ້າຢ້ຽມຂ່ຳນັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ (ພາບ: VNA)ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວແຕ່ວັນທີ 4 – 6 ສິງຫາຂອງຄະນະຜູ້ແທນສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໂດຍທ່ານ ດວ່ານມິງຮວນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ເປັນຫົວໜ້າຄະນ, ວັນທີ 6 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນໄດ້ເຂົ້າຢ້ຽມຂ່ຳນັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ. ທີ່ການພົບປະ, ທ່ານ ດວ່ານມິງຮວນ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນໄດ້ລາຍງານກັບການນຳຂັ້ນສູງລາວກ່ຽວກັບໝາກຜົນການຮ່ວມມືລະຫວ່າງບັນດາອົງການ, ສະຖາບັນ, ສະຖາບັນຄົນຄ້ວາ ຂອງສອງປະເທດໃນໄລຍະຜ່ານມາ, ເນັ້ນໜັກວ່າການຮ່ວມມືດ້ານທິດສະດີລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວແມ່ນພື້ນຖານການເມືອງ, ແນວຄິດອັນໝັ້ນແກ່ນໃຫ້ແກ່ສາຍພົວພັນແບບພິເສດ ຫວຽດນາມ - ລາວ. ສ່ວນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ ໄດ້ສະເໜີບັນດານັກວິທະຍາສາດສອງປະເທດເພີ່ມທະວີການແບ່ງປັນບົດຮຽນປະສົບການໃນການຄົ້ນຄ້ວາວິທະຍາສາດ, ທິດສະດີ ແລະ ພຶດຕິກຳຕົວຈິງ ແນໃສ່ເປັນເສນາທິການເພື່ອໃຫ້ແກ່ການນຳສອງພັກ, ສອງລັດມີບັນດານະໂຍບາຍ, ມາດຕະການຮັບມືກັບບັນດາການຜັນແປທີ່ສັບສົນ, ຄາດຄະເນໄດ້ຍາກຢູ່ໃນໂລກຢ່າງທັນການ.