ສອງຝ່າຍເຫັນດີເປັນເອກະພາບຕໍ່ການຜັນຂະຫຍາຍບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານວິທະຍາສາດໄລຍະ 2026 – 2030 ລະຫວ່າງ NAPPA ແລະ VASS ຈະໄດ້ປະຕິບັດຜ່ານແຜນການລະອຽດຂອງທຸກໆປີ.
ພິທີເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານວິທະຍາສາດໄລຍະ 2026 – 2030 ລະຫວ່າງສະຖາບັນບັນດິດວິທະຍາສັງຄົມ ຫວຽດນາມ (VASS) ແລະ ສະຖານບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ລາວ (NAPPA) (ພາບ: VNA)
ຕອນບ່າຍວັນທີ 5 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນພິທີເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານວິທະຍາສາດໄລຍະ 2026 – 2030 ລະຫວ່າງສະຖາບັນບັນດິດວິທະຍາສັງຄົມ ຫວຽດນາມ (VASS) ແລະ ສະຖານບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ລາວ (NAPPA).
ບົດບັນທຶກວ່າດ້ວຍການຮ່ວມມືດ້ານວິທະຍາສາດໄລຍະ 2026 – 2030 ລະຫວ່າງ NAPPA ແລະ VASS ກຳນົດ 4 ຂົງເຂດຮ່ວມມືຈຸດສຸມຄື: ການຄົ້ນຄວ້າວິທະຍາສາດ ແລະ ໃຫ້ຄຳປຶກສາດ້ານນະໂຍບາຍ - ປະສານສົມທົບປະຕິບັດບັນດາໂຄງການຄົ້ນຄ້ວາຮ່ວມກັນ, ຈັດກອງປະຊຸມສຳມະນາ/ເສວະນາທາງວິທະຍາສາດ ແລະ ຍົກອອກຂໍ້ສະເໜີແນະນະໂຍບາຍຮັບໃຊ້ການພັດທະນາ; ບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ - ບຳລຸງສ້າງລະດັບຫຼັງປະລິນຍາຕີ (ປະລິນຍາໂທ - ປະລິນຍາເອກ), ບຳລຸງຍົກສູງທິດສະດີການເມືອງ, ວິທີວິທະຍາການຄົ້ນຄ້ວາ, ພາສາຕ່າງປະເທດ ແລະ ວິທີການສິດສອນທັນສະໄໝ; ການແລກປ່ຽນວິຊາການ ແລະ ເຊື່ອມໂຍງເຂົ້າກັບສາກົນ - ແລກປ່ຽນບັນດາຄະນະຜູ້ແທນ, ຄະນະຊ່ຽວຊານວິຊາການ, ເຂົ້າຮ່ວມບັນດາເວທີປາໄສວິທະຍາສາດສາກົນ ແລະ ສ້າງເຄືອຂ່າຍພູມປັນຍາ…